Tuesday, October 8, 2024
Homeຂ່າວດ່ວນປະຊາຊົນ 4 ບ້ານ 186 ຫຼັງຄາເຮືອນຢູ່ເມືອງຫີນບູນ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ປະຊາຊົນ 4 ບ້ານ 186 ຫຼັງຄາເຮືອນຢູ່ເມືອງຫີນບູນ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ວັນທີ 4 ສິງຫາ 2023, ຄະນະກຳມະການຄຸ້ມຄອງໄພພິບັດ ເມືອງຫີນບູນ ແຂວງຄຳມ່ວນ ລາຍງານ ວ່າ: ເມືອງຫີນບູນ ໄດ້ຮັບຜົນກະທົບຈາກໄພພິ ບັດນໍ້າຖ້ວມ ສົ່ງຜົນເຮັດໃຫ້ເນື້ອທີ່ທຳການຜະລິດ ແລະ ເຮືອນຊານບ້ານຊ່ອງຂອງປະຊາຊົນ ໄດ້ຮັບຜົນເສຍຫາຍ.

ໃນນັ້ນ, ຈຸດທີ່ຖືກຖ້ວມຫລາຍກວ່າໝູ່ ແມ່ນເຂດບໍ່ໂພນຕິ້ວ ໂດຍສະເພາະ ຈຳນວນບ້ານທີ່ຕັ້ງຢູ່ແຄມຫ້ວຍນໍ້າປະແທນ ເຊິ່ງເຂດດັ່ງກ່າວ ມີຈຳນວນ 186 ຫລັງຄາເຮືອນ ໃນ 4 ບ້ານ ທີ່ໄດ້ຮັບຜົນກະທົບ ປະກອບມີ: ບ້ານນາຄຳ 135 ຫລັງ, ບ້ານ ມ່ວງໄຂ່ 20 ຫລັງ, ບ້ານນ້ອຍ 17 ຫລັງ ແລະ ບ້ານບົງ 14 ຫລັງ. ນອກຈາກນີ້, ເສັ້ນທາງກໍຖືກຕັດຂາດ ບໍ່ສາມາດສັນຈອນໄປ-ມາລະ ຫວ່າງບ້ານຕໍ່ບ້ານໄດ້ ລວມເຖິງລະບົບໄຟຟ້າ ແລະ ໂທລະຄົມມະນາຄົມກໍຖືກຕັດຂາດ.

ນອກນີ້, ເຂດທີ່ມີຄວາມສ່ຽງສູງ ທີ່ອາດຈະຖືກນໍ້າຖ້ວມ ຄືເຂດນໍ້າຫີນບູນຕອນລຸ່ມ ໂດຍສະເພາະຈຸດຂົວນໍ້າຫີນບູນ (ບ້ານຄຳແກ້ວ) ເຊິ່ງລະດັບນໍ້າຫີນບູນໄດ້ຂຶ້ນກາຍເຂດອັນຕະລາຍ ຢູ່ໃນລະດັບ 11,88 ແມັດ (ເຂດອັນຕະລາຍແມ່ນ 10,00 ແມັດ). ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃຫ້ເພີ່ມທະວີການກະກຽມຄວາມພ້ອມຮັບມື ແລະ ກະກຽມຍົກຍ້າຍປະຊາຊົນ, ວັດຖຸສິ່ງຂອງທີ່ມີຄ່າ, ສັດລ້ຽງ, ຜົນຜະລິດກະສິກຳ ແລະ ອື່ນໆ ໄປໄວ້ບ່ອນທີ່ປອດໄພ ເພື່ອຫລຸດຜ່ອນຄວາມສ່ຽງ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ພ້ອມນີ້, ປະຊາຊົນທີ່ຢູ່ລຽບແຄມນໍ້າ, ຫ້ວຍຮ່ອງ, ຄອງບຶງ ທີ່ອາດມີຄວາມສ່ຽງນໍ້າຖ້ວມ ໃຫ້ມີສະຕິ ລະມັດລະວັງ ເກັບມ້ຽງເຄື່ອງໃຊ້, ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ຫລື ບັນດາທ່ານທີ່ຈະເດີນທາງໄປ-ມາ ທາງໃດ ຂໍໃຫ້ຕິດຕາມສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ທຸທົກກະສາດ ເປັນປະຈຳ.

ຂ່າວ: ກອງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments