Tuesday, October 8, 2024
Homeສຶກສາບໍລິສັດ ນໍ້າເທີນ 2 ຈໍາກັດ ໃຫ້ທຶນແກ່ນັກສຶກສາລາວໄປຮຽນຕໍ່ປະເທດຝຣັ່ງ

ບໍລິສັດ ນໍ້າເທີນ 2 ຈໍາກັດ ໃຫ້ທຶນແກ່ນັກສຶກສາລາວໄປຮຽນຕໍ່ປະເທດຝຣັ່ງ

ພິທີເຊັນສັນຍາມອບທຶນການສຶກສາເພື່ອອະນາຄົດທີື່ສົດໄສ ລະຫວ່າງສະຖານທູດຝຣັັ່ງ ປະຈໍາລາວ ແລະບໍລິສັດໄຟຟ້າ ນໍ້າເທີນ 2 ຈັດຂຶ້ນ ໃນວັນທີ 4 ສິງຫານີ້ທີ່ສະຖາບັນຝຣັັ່ງນະຄອນຫຼວງວຽງຈັນ, ຕາງໜ້າສະຖານທູດຝຣັັ່ງໂດຍແມ່ນ ທ່ານ ນາງ ນາຕາລີ ບຣັດ ທີ່ປຶກສາວຽກງານຮ່ວມມື ແລະ ວັດທະນະທຳ, ສະຖານທູດຝຣັ່ງ ປະຈຳລາວ ແລະ ຕ່າງໜ້າບໍລິສັດ ນໍ້າເທີນ 2 ໂດຍແມ່ນທ່ານ ມາກ ອອງຕວນຣຸບ, ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າ ນໍ້າເທີນ 2 ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ຈຸດປະສົງແມ່ນເພື່ອຮ່ວມລົງນາມເຊັນມອບຮັບທຶນການສຶກສາໃນຈໍານວນສອງທືນ ເຊຶ່ງຜູ້ທີ່ເສັງໄດ້ທຶນໄປຮຽນຕໍ່ປະເທດຝຣັ່ງຈາກແຂວງຈໍາປາສັກຈໍານວນສອງຄົນ ຄື: ນາງ ຈັນທິມາ ສິງສຸວົງ ແລະ ນາງປານັດດາ ພັນທະວົງ ທັງສອງຄົນມາຈາກໂຮງຮຽນມັດທະຍົມ ໂພນໄຊ ເມືອງປາກເຊ ແຂວງຈໍາປາສັກ, ກິດຈະກໍາດັ່ງກ່າວເປັນການຮ່ວມມືລະຫວ່າງສະຖານທູດຝຣັັ່ງ ປະຈໍາລາວ ແລະ ບໍລິສັດໄຟຟ້າ ນໍ້າເທີນ 2 ຕັັ້ງແຕ່ປີ 2015 ເປັນຕົ້ນມາ. ຜູ້ຮັບທຶນທັງສອງຄົນມີກໍານົດເດີນທາງໄປຝຣັັ່ງ ໃນວັນທີ 31 ສິງຫາ 2023 ເພື່ອໄປຮຽນພາສາຝຣັັ່ງ ໃນໄລຍະເວລາໜຶ່ງປີທີ່ມະຫາວິທະຍາໄລກັອງ (Caen) ແລະ ສຶກສາຕໍໍ່ໃນລະດັບປະລິນຍາຕີ, ສໍາລັບ ທຶນການສຶກສາເພື່ອອະນາຄົດທີ່ສົດໄສ ໄດ້ເປີດໂອກາດໃຫ້ນັກຮຽນທີ່ໃຊ້ພາສາຝຣັັ່ງ ສາມາດໄປສຶກສາຕໍໍ່ໃນຂະແໜງການເຕັກນິກ. ຜູ້ທີ່ມີຜົນການຮຽນດີເດັັ່ນມີໂອກາດ ຖືກບັນຈຸເຂົ້າເຮັດວຽກນໍາບໍລິສັດໄຟຟ້ານໍ້າເທີນ 2 ຫຼັງຈາກຈົບການສຶກສາຕາມຄວາມຕ້ອງການຂອງໜ້າວຽກ.

ປັດຈຸບັນ, ມີນັກຮຽນທຶນທີື່ຈົບການສຶກສາຈໍານວນ 15 ຄົນ ໄດ້ເຮັດວຽກຢູູ່ໃນບໍລິສັດໄຟຟ້ານໍ້າເທີນ ແລະຍັງອີກ 4 ຄົນ ທີ່ກໍາລັງສຶກສາຢູູ່ທີ່ປະເທດຝຣັັ່ງ.ເພື່ອຮັບປະກັນຄວາມສໍາເລັດຂອງວຽກງານ ແລະ ຄວາມພ້ອມຂອງນັກຮຽນ, ທາງໂຄງການໄດ້ມີກະກຽມແຜນຝຶກອົບຮົມໃຫ້ນັກຮຽນທຶນທີື່ຜ່ານການຄັດເລືອກກ່ອນເດີນທາງໄປປະເທດຝຣັັ່ງ ເຊິ່ງລວມມີ:ການຝຶກອົບຮົມເພື່ອກຽມຄວາມພ້ອມກ່ອນການເດີນທາງໄປປະເທດຝຣັັ່ງ ທີ່ສະຖາບັນຝຣັັ່ງ ປະຈໍາລາວ, ການຮຽນບໍາລຸງ ວິຊາຄະນິດສາດ ແລະ ຟີຊິກສາດ, ການຝຶກອົບຮົມສະເພາະໂດຍມີວິສະວະກອນທີ່ໃຊ້ພາສາຝຣັັ່ງເປັນຜູ້ໃຫ້ຄໍາປຶກສາ, ໂດຍ ກົງສຸນຝຣັັ່ງ ແລະ ນໍ້າເທີນ 2, ສາມາດສະເໜີຝຶກງານໃນໄລຍະທີື່ກໍາລັງສຶກສາຢູູ່ບໍລິສັດໄຟຟ້າຝຣັັ່ງ (EDF), ເຊິ່ງເປັນຜູ້ຖືຮຸ້ນຂອງບໍລິສັດສັດໄຟຟ້າ ນໍ້າເທີນ 2. ທຶນການສຶກສາເພື່ອອະນາຄົດທີ່ສົດໄສ ແມ່ນໝາກຜົນຂອງການຮ່ວມມ ລະຫວ່າງ ຝຣັັ່ງ ແລະ ລາວ ທີ່ປະກອບສ່ວນເຂົ້າໃນການພັດທະນາ, ການສ້າງຂີດຄວາມສາມາດ ແລະ ສ້າງຄວາມເຂັັ້ມແຂງດ້ານຊັບພະຍາກອນມະນຸດ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments