Wednesday, October 9, 2024
Homeຂ່າວດ່ວນການນໍາແຂວງ ພ້ອມເຈົ້າເມືອງຄໍາເກີດ ລົງມອບເຄື່ອງບັນເທົາທຸກແກ່ປະຊາຊົນ ທີ່ປະສົບໄພນ້ຳຖ້ວມ

ການນໍາແຂວງ ພ້ອມເຈົ້າເມືອງຄໍາເກີດ ລົງມອບເຄື່ອງບັນເທົາທຸກແກ່ປະຊາຊົນ ທີ່ປະສົບໄພນ້ຳຖ້ວມ

ໃນວັນທີ 5 ສິງຫາ 2023 ນີ້, ພົນຈັດຕະວາ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານ ແຂວງບໍລິຄໍາໄຊ, ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນ ບ້ານໂພນສະອາດ ຄຸ້ມປາກກະຕານ ໂດຍມີການຈັດຕັ້ງບ້ານ ແລະ ປະຊາຊົນພາຍ ໃນບ້ານເຂົ້າຮ່ວມ. ເຄື່ອງທີ່ນຳໄປມອບປະກອບມີ ນໍ້າດື່ມ, ໝີ່ສໍາເລັດຮູບ, ໄຂ່ ໄປມອບໃຫ້ປະຊາຊົນ ທີ່ໄດ້ຜົນຜົນກະທົບຈາກໄພນໍ້າຖ້ວມ ລວມມູນຄ່າ 3 ລ້ານກວ່າກີບ. ຈາກນັ້ນ ຍັງໄດ້ລົງຕິດຕາມສະພາບນໍ້າຖ້ວມ ຢູ່ບ້ານປຸ່ງປ່າຕາວ ແລະ ເຂດນໍ້າຖ້ວມອີກຫລາຍຈຸດ ຕາມແຄມເສັ້ນທາງເລກ 8 ເອ.

ໃນໄລຍະທີ່ມີສະພາບຝົນຕົກຫນັກ ແລະ ເກີດມີນ້ຳຖ້ວມ ຫລາຍບ້ານ ຢູ່ບາງເມືອງ ໃນແຂວງພາກກາງ ແລະ ພາກເຫນືອ ເຊິ່ງປະຊາຊົນຕ້ອງມີສະຕິລະວັງຕົວ ແລະ ຕິດຕາມຂໍ້ມູນຂ່າວສານ ຈາກທາງການ ເພື່ອໃຫ້ມີຄວາມກຽມພ້ອມຮັບມືກັບສະພາບດັ່ງກ່າວຢ່າງທັນການ.

ຂ່າວ-ພາບ: ນ.ທິນ ເມືອງຄຳເກີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments