Wednesday, October 9, 2024
Homeຂ່າວດ່ວນອອກມາແລ້ວ! ມາດຕະການຄວບຄຸມລົດບັນທຸກໜັກທີ່ສັນຈອນຕາມທາງຫຼວງ

ອອກມາແລ້ວ! ມາດຕະການຄວບຄຸມລົດບັນທຸກໜັກທີ່ສັນຈອນຕາມທາງຫຼວງ

ໃນໄລຍະນີ້ ເປັນໄລຍະທີ່ມີຝົນຕົກຫຼາຍ ແລະ ຕົກລິນເປັນປະຈຳຢູ່ໃນທົ່ວທຸກພາກ ເຊິ່ງສົ່ງຜົນເຮັດໃຫ້ເສັ້ນທາງເປ່ເພງ່າຍ ອັນເນື່ອງມາຈາກດິນອ່ອນ ແລະຊືມຊັບນ້ຳ ບວກກັບລົດບັນທຸກທີ່ສັນຈອນໄປມາ ບັນທຸກນ້ຳໜັກເກີນກຳນົດຍິ່ງເພີ່ມໂອກາດໃຫ້ເສັ້ນທາງເພໄວກວ່າເກົ່າ.

ດັ່ງນັ້ນ, ເພື່ອເປັນການຈັດຕັ້ງປະຕິບັດ ການຄຸ້ມຄອງນໍ້າໜັກລົດບັນທຸກ ໃຫ້ສອດຄ່ອງກັບລະບຽບການ ແລະ ກົດໝາຍ, ເປັນການປົກປັກຮັກສາທາງຫຼວງ ໃຫ້ນໍາໃຊ້ໄດ້ຢ່າງຍາວນານ ຫຼີກເວັ້ນການສ້າງຄວາມເສຍຫາຍ ແລະ ເປ່ເພ ຂອງທາງຫຼວງ, ຫຼຸດຜ່ອນການໃຊ້ຈ່າຍງົບປະມານຂອງລັດ ໃນການບູລະນະຮັກສາ ແລະ ສ້ອມແປງ ພ້ອມທັງຫຼຸດຜ່ອນການເກີດອຸບັດເຫດ.

ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ອອກແຈ້ງ ສະບັບເລກທີ່ 14861/ຍທຂ ລົງວັນທີ 15 ມິຖຸນາ 2023 ການກ່ຽວກັບ ການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ມາດຕະການຕໍ່ຜູ້ລະເມີດ ໂດຍມີເນື້ອໃນສຳຄັນຄື:

ລົດບັນທຸກທີ່ສັນຈອນຕາມທາງຫຼວງແຕ່ລະປະເພດ ຕ້ອງໄດ້ຜ່ານການກວດກາການບັນທຸກນໍ້າໜັກຢູ່ສະຖານີຕິດຊັ່ງນໍ້າໜັກ ແລະ ໜ່ວຍກວດກາສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງຈາກກົມຂົວທາງ ເປັນຜູ້ດຳເນີນການ.

ລົດບັນທຸກ ທີ່ບັນທຸກນໍ້າໜັກເກີນ ຕາມການອະນຸມັດໃນຂໍ້ຕົກລົງ ວ່າດ້ວຍການອະນຸຍາດນໍ້າໜັກລວມສູງສຸດຂອງລົດບັນທຸກ ສະບັບເລກທີ 9393/ຍທຂ, ລົງວັນທີ 13 ເມສາ 2023, ຕ້ອງໄດ້ເອົານໍ້າໜັກສ່ວນເກີນລົງ ແລະ ຖືກປັບໃໝ, ຊຶ່ງຄ່າປັບໃໝໄດ້ລະບຸໄວ້ໃນແຈ້ງການ ສະບັບເລກທີ 2157/ຄຂປກ, ລົງວັນທີ 04 ກໍລະກົດ 2000 ກ່ຽວກັບມາດຕະການຕໍ່ຜູ້ລະເມີດ ຂໍ້ກໍານົດວ່າດ້ວຍການອະນຸມັດນໍ້າໜັກລວມສູງສຸດຂອງລົດຂົນສົ່ງ ແລ່ນຕາມເສັ້ນທາງບົກໃນ ສປປ ລາວ.

ໃຫ້ພາກສ່ວນທີ່ຮັບຜິດຊອບແຕ່ລະຂັ້ນຈັດຕັ້ງປະຕິບັດ ໂດຍມີສະຖານີຕິດຊັ່ງນໍ້າໜັກລົດບັນທຸກທັນສະໄໝຫຼັກ 03 ແຫ່ງ (ສະຖານີບ້ານນາຫຼວງ ທາງເລກ 3 ແຂວງບໍ່ແກ້ວ, ສະຖານີບ້ານນາອິນ ທາງ 13 ໃຕ້ ແຂວງບໍລິຄຳໄຊ ແລະ ສະຖານີດົງເຫັນ ທາງເລກ 9 ແຂວງສະຫວັນນະເຂດ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments