Wednesday, October 9, 2024
Homeຂ່າວດ່ວນຝົນຕົກຕິດຕໍ່ກັນຫລາຍວັນ ຫລາຍພື້ນທີ່ຢູ່ເມືອງວິລະບູລີ ປະສົບກັບໄພນໍ້າຖ້ວມ

ຝົນຕົກຕິດຕໍ່ກັນຫລາຍວັນ ຫລາຍພື້ນທີ່ຢູ່ເມືອງວິລະບູລີ ປະສົບກັບໄພນໍ້າຖ້ວມ

ແຫລ່ງຂ່າວຈາກຊ່ອງຂ່າວເມືອງວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເນື່ອງຈາກທີ່ສະພາບຝົນຕົກລິນຕິດຕໍ່ກັນຫລາຍວັນໃນຜ່ານມາ ຈຶ່ງເຮັດໃຫ້ນໍ້າໃນສາຍຫ້ວຍ,​ ສາຍເຊນ້ອຍ-ໃຫຍ່ຕ່າງໆ ຢູ່ເຂດເມືອງວິລະບູລີ ແຂວງສະຫວັນນະເຂດ​ ໄດ້ມີປະລິມານທີ່​ເພີ່ມຂຶ້ນ​ ແລ້ວໄຫລລົ້ນຝັ່ງຖ້ວມໄຮ່ນາຮົ້ວສວນ, ໜອງປາ​ ພື້ນທີ່ທໍາການຜະລິດຂອງປະຊາຊົນ​ເປັນຫລາຍບ້ານຢູ່ເມືອງວິລະບູລີ​ ເປັນຕົ້ນ ແມ່ນເຂດບ້ານປ່າຜັກເນົ່າ,​ ບ້ານນາ​ສະເລາະ,​ ບ້ານນາ​ແກ​ ແລະ ບ້ານອື່ນໆ, ເຂດຈຸດສຸມເມືອງວັງ​ ແມ່ນໄດ້ຖືກນໍ້າຖ້ວມໄດ້ 2-3​ ວັນແລ້ວ. ພ້ອມນີ້, ບັນດາເສັ້ນທາງສາຍຫລັກ,​ ສາຍນ້ອຍ ລະຫວ່າງບ້ານຫາບ້ານ,​ ບ້ານຫາເມືອງກໍ່ໄດ້ຖືກນໍ້າຖ້ວມໃນຫລາຍຈຸດ​ເຊັ່ນ: ຈຸດຂົວນໍ້າລົ້ນຫ້ວຍນໍ້າແມງ ເສັ້ນທາງບ້ານດົງບັງ​ຫາ​ບ້ານທາດ,​ຈຸດຂົວຫ້ວຍເດື່ອ​ ຫລື ຫ້ວຍຂົວແປ້ນ ເສັ້ນທາງບ້ານໄຊຍະລາດ ຫາບ້ານ​ແກ້ວວິໄລ, ຈຸດຂົວຫ້ວຍອີຮູ້ບ້ານນາແກ,​ ມີດິນເຊາະເຈື່ອນຕາມເສັ້ນທາງບາງຈຸດ,​ ມີເສົາໄຟຟ້າຫັກກົ່ນ​ ເສັ້ນທາງໄປບ້ານນໍ້າປະເຄນ ແລະ ອື່ນໆ.

ປັດຈຸບັນ​, ລະດັບນໍ້າໃນບາງເຂດ ກໍຍັງເພີ່ມລະດັບຂຶ້ນຢູ່,​ ໃນບາງບ້ານກໍໄດ້ຫລຸດລົງແດ່ແລ້ວ, ແຕ່ຝົນກໍຍັງສືບຕໍ່ຕົກລິນຢູ່.​ ສະນັ້ນ​ ຂໍໃຫ້ອໍານາດການປົກຄອງບ້ານ​ ພ້ອມດ້ວຍພໍ່ແມ່ປະຊາຊົນໃນແຕ່ລະບ້ານ ຈົ່ງໄດ້ມີສະຕິກຽມພ້ອມຢູ່ຕະຫລອດເວລາ, ຍົກຍ້າຍສິ່ງຂອງມີຄ່າ, ສັດລ້ຽງໄປໄວ້ໃນເຂດທີ່ປອດໄພໄວ້ກ່ອນ​ ເພື່ອປ້ອງກັນຜົນເສຍຫາຍທີ່ອາດຈະເກີດຂຶ້ນ ເຊິ່ງຜົນເສບຫານ ຍັງບໍ່ສາມາດປະເມີນໄດ້.

ຕໍ່ກັບສະພາບການດັ່ງກ່າວ, ໃນບ່າຍວັນທີ​ 3​ ສິງຫາ​ 2023​ ນີ້​, ທ່ານ​ ແສງເພັດ​ ຄໍາສຸວັນ​ ຮອງເລຂາພັກເມືອງ​, ປະທານກວດກາ​ພັກ​ລັດເມືອງ​ ກໍໄດ້ລົງຕິດຕາມເບິ່ງສະພາບນໍ້າຖ້ວມ ເພື່ອປະເມີນສະພາບການ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments