Thursday, October 10, 2024
Homeຂ່າວພາຍໃນ5 ປີຜ່ານມາ ພັກ-ລັດຖະບານ ໄດ້ເອົາໄຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ເມືອງສະໜາມໄຊ

5 ປີຜ່ານມາ ພັກ-ລັດຖະບານ ໄດ້ເອົາໄຈໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ເມືອງສະໜາມໄຊ

ນັບແຕ່ເຫດການ ສັນເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ເມືອງສະໜາມໄຊ ແຂວງອັດຕະປື ແຕກໃນວັນທີ 23 ກໍລະກົດ 2018 ມາເຖິງປັດຈຸບັນ ຄົບຮອບ 5 ປີ ເຊິ່ງພັກ-ລັດຖະບານ ໄດ້ຖືເອົາເຫດການຄັ້ງນັ້ນ ເປັນເຫດການລະດັບຊາດ ໂດຍຕະຫລອດໄລຍະ 5 ປີຜ່ານມາ, ສູນກາງພັກ ແລະ ລັດຖະບານ, ອົງການປົກຄອງແຂວງ ແລະ ເມືອງ ໄດ້ມີຄວາມເປັນຫ່ວງເປັນໄຍພໍ່ແມ່ປະຊາຊົນ ແລະ ໄດ້ມີຄວາມພະຍາຍາມສຸດຂີດ ເພື່ອຊ່ວຍເຫລືອເບິ່ງແຍງຊີວິດການເປັນຢູ່ຂອງ ປະຊາຊົນຜູ້ປະສົບໄພ ໂດຍສະເພາະ ວຽກສັງຄົມສົງເຄາະ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຈັດສັນເນື້ອທີ່ທຳການຜະລິດ. ສຳລັບວຽກສັງຄົມສົງເຄາະ: ນັບແຕ່ເດືອນກໍລະກົດ 2021 ເປັນຕົ້ນມາ ແມ່ນໄດ້ສິ້ນສຸດວຽກງານສັງຄົມສົງເຄາະໃຫ້ປະຊາຊົນຜູ້ປະສົບໄພ ເປັນຕົ້ນ ນະໂຍບາຍເຂົ້າກິນ 20 ກິໂລ/ຄົນ/ເດືອນ, ເງິນ ອັດຕາກິນ ແລະ ເງິນແຮຖົງ 250.000 ກີບ/ຄົນ/ເດືອນ ໂດຍປະຕິບັດຕາມດຳລັດ 169/ລບ ແລະ ການປະເມີນຊີວິດການເປັນຢູ່ຂອງປະຊາຊົນ ສ່ວນຫລາຍແມ່ນກຸ້ມຕົນເອງໄດ້ແລ້ວ.

ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ປະກອບມີ: ວຽກຟື້ນຟູທີ່ພັກອາໄສ ແມ່ນໄດ້ສຳ ເລັດການມອບ-ຮັບເຮືອນພັກຖາວອນທັງໝົດ 811 ຫລັງ ໃຫ້ແກ່ປະຊາຊົນຜູ້ປະສົບໄພ. ໃນນີ້, ມີທຶນຊ່ວຍເຫລືອຈາກລັດຖະບານໄທ 45 ຫລັງ, ທຶນຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ 66 ຫລັງ ແລະ ທຶນຂອງຜູ້ພັດທະນາເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ(SK&PNPC) 700 ຫລັງ ແລະ ວຽກຟື້ນຟູພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃຫ້ປະຊາຊົນ ແມ່ນໄດ້ກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ທາງ 18 A(ໄລຍະທາງແຕ່ບ້ານປີນດົງຫາຂົວຫ້ວຍອຸກ) ມີຄວາມຍາວ 27 ກິໂລແມັດ, ປະຕິບັດໄດ້ 91% ຮັບປະກັນການສັນຈອນໄປ-ມາສະດວກ; ກໍ່ສ້າງນໍ້າປະປາ 3 ພື້ນທີ່, ປະຕິບັດໄດ້ຫລາຍກວ່າ 80%, ໂຄງການກໍ່ສ້າງຊົນລະປະທານ 4 ແຫ່ງ ມູນຄ່າ 59 ຕື້ກວ່າກີບ, ສະໜອງນໍ້າໄດ້ທັງລະດູແລ້ງ-ລະດູຝົນ ທັງໝົດ 1.070 ເຮັກຕາ; ມີສູນບໍລິການເຕັກນິກດ້ານກະສິກຳ 2 ແຫ່ງ; ໂຄງການກໍ່ສ້າງສູນປະສານງານ ປະຕິບັດສຳເລັດ 100%; ກໍ່ສ້າງລະບົບຕາຂ່າຍໄຟຟ້າ 22/0,4 ກິໂລໂວນ(kv) ແລະ ຕິດຕັ້ງໝໍ້ແປງ 250 kva ເຂົ້າເຂດຈັດສັນທີ່ພັກຖາວອນ 4 ບ້ານ ສຳເລັດ100%; ກໍ່ສ້າງຫ້ອງການບ້ານ 4 ບ້ານ ສຳເລັດ 100%, ສ້າງວັດ 2 ບ້ານ ສຳເລັດ 100%; ຟື້ນຟູສະພາບແວດລ້ອມຂອງໂຮງຮຽນ 4 ຈຸດ, ມີ 6 ໂຄງການ ປະຕິບັດໄດ້ 100%; ກໍ່ສ້າງຕະຫລາດ ແລະ ຄິດລົດ 3 ແຫ່ງ ຢູ່ 3 ບ້ານ ສຳເລັດ 100%; ກໍ່ສ້າງສະໜາມຂີ້ເຫຍື້ອ 1 ຈຸດ ຢູ່ບ້ານດົງບາກໃຫຍ່ຫີນຄຳ ສຳເລັດ 100%; ກໍ່ສ້າງໂຮງໝໍຊຸມຊົນ 4 ແຫ່ງ ຢູ່ 4 ບ້ານ ສຳເລັດ 100%, ປັດຈຸບັນໄດ້ນໍາໃຊ້ແລ້ວ.

ສ່ວນການຈັດສັນເນື້ອທີ່ທຳການຜະລິດ: ປະຕິບັດໄດ້ 2.125 ເຮັກຕາ ໄດ້ຈັດສັນໃຫ້ປະຊາ ຊົນແລ້ວ 811 ຄອບຄົວ/ເນື້ອນທີ 1.474 ເຮັກຕາ ໂດຍປະຊາຊົນໄດ້ເຂົ້າໄປເຮັດການຜະລິດໄດ້ 3 ປີແລ້ວ; ຟື້ນຟູດິນນາເດີມໃຫ້ປະຊາຊົນ ໃນເນື້ອທີ່ 2.263 ເຮັກຕາ; ສະໜອງກົນຈັກ ແລະ ອຸປະ ກອນການກະເສດ ໃຫ້ແກ່ກຸ່ມກົນຈັກກະສິກຳເມືອງສະໜາມໄຊ ເພື່ອຮັບໃຊ້ໃຫ້ແກ່ກຸ່ມການຜະລິດ ມູນຄ່າ 4,8 ຕື້ກວ່າກີບ ເຊິ່ງປະກອບມີ: ລົດໄຖຖນາ, ລົດກ່ຽວເຂົ້າ, ລົດດຳນາ ແລະ ເຄື່ອງປັ່ນເຂົ້າ-ອົບເຂົ້າ. ມາຮອດປັດຈຸບັນ, ເຫັນໄດ້ວ່າຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຫລາຍ, ປະຊາຊົນມີຄວາມສະຫງົບ ໂດຍພື້ນຖານ ຖ້າທຽບໃສ່ເມື່ອກ່ອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments