Thursday, October 10, 2024
Homeຂ່າວດ່ວນປະຊາຊົນເມືອງຮ້ຽມ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ປະຊາຊົນເມືອງຮ້ຽມ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ແຫລງຂ່າວຈາກຫ້ອງການ ຖວທ ເມືອງຫ້ຽມ ແຂວງຫົວພັນ ໃຫ້ຮູ້ວ່: ໃນລະຫວ່າງວັນທີ 2-4 ສິງຫາ 2023 ນີ້ຢູ່ເມືອງຮ້ຽມ ແຂວງຫົວພັນ ໄດ້ເກີດມີຝົນຕົກໜັກແກ່ຍາວເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ມີນ້ຳປ່າໄຫລຊຸ, ນ້ຳຫລາຍສາຍໄດ້ໄຫລນອງ ອັນສົ່ງຜົນເຮັດໃຫ້ສາຍນ້ຳຄານນອງເພີ່ມຂຶ້ນຢ່າງໄວວາ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຖະໜົນຫົນທາງ, ເສົາໄຟຟ້າ, ນ້ຳຖ້ວມເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ໜອງປາຂອງປະຊາຊົນ ໂດຍສະເພາະເຂດບ້ານສຳພັນທອງ ມີເຮືອນປະຊາຊົນຖືກນ້ຳພັດໄຫລຈຳນວນ 3 ຫລັງ ແລະ ບ້ານອື່ນໆທີ່ຕັ້ງຢູ່ແລບຕາມສາຍນ້ຳຄານ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ.

ຕໍ່ກັບສະພາບການດັ່ງກ່າວໃນເບື້ອງຕົ້ນການນຳຂອງເມືອງໄດ້ສົບທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນລົງຊ່ວຍເຫລືອຍົກຍ້າຍສັດລ້ຽງ, ເຄື່ອງຂອງຕ່າງໆຂຶ້ນໄວບ່ອນທີ່ປອດໄພ. ສ່ວນຜົນເສຍຫາຍແມ່ນຍັງບໍ່ສາມາດເກັບກຳລາຍລະອຽດໄດ້ເທື່ອ.

ຂ່າວ-ພາບ: ທອງໄຊ ພ້ອມພົມມາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments