Thursday, October 10, 2024
Homeຂ່າວຕ່າງປະເທດສະພາກາແດງ ສປຈີນ ຈັດສັນເງິນ 20 ລ້ານຢວນ ຊ່ວຍເຫລືອຜູ້ປະສົບອຸທົກກະໄພ

ສະພາກາແດງ ສປຈີນ ຈັດສັນເງິນ 20 ລ້ານຢວນ ຊ່ວຍເຫລືອຜູ້ປະສົບອຸທົກກະໄພ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 3 ສິງຫາ, ສະພາກາແດງ ແຫ່ງປະເທດ ຈີນ ໄດ້ຈັດສັນ ງົບປະມານ 20 ລ້ານຢວນ (ສະກຸນເງິນຈີນ) ເພື່ອຊ່ວຍເຫລືອ ຜູ້ປະສົບ ອຸທົກກະໄພ ໃນນະຄອນຫລວງ ປັກກິ່ງ , ແຂວງເຮີເປີຍ ແລະ ເທດສະບານ ນະຄອນ ທຽນຈິນ ສຳລັບການ ຕັ້ງຖິ່ນຖານໃໝ່ ແລະ ການກໍ່ສ້າງໃໝ່ ໃນໄລຍະ ຫລັງໄພພິບັດ. ໂດຍ ສະພາກາແດງ ລາຍງານວ່າ: ພາຍຸ ທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງ ກໍ່ໃຫ້ເກີດ ອຸທົກກະໄພ ແລະ ໄພພິບັດ ທາງທໍລະນີ ວິທະຍາ ໃນພາກພື້ນ ເບື້ອງຕົ້ນ, ຊຶ່ງ ສະພາກາແດງ ໄດ້ຈັດສັນ ທີມງານ ເຂົ້າຊ່ວຍເຫລືອ ການຄວບຄຸມ ອຸທົກກະໄພ ແລະ ການບັນເທົາໄພພິບັດ. ນອກຈາກນັ້ນ ສະພາກາແດງ ລະດັບ ທ້ອງຖິ່ນ ຍັງລະດົມ ກຳລັງ ເຈົ້າໜ້າທີ່ ກູ້ໄພ ລົງໄປພື້ນທີ່ ເຮັດວຽກ ແນວໜ້າ, ດຳເນີນ ການປະຕິບັດ ເພື່ອຊ່ວຍເຫລືອ ແລະ ອຳນວຍຄວາມ ສະດວກໃຫ້ແກ່ ການຕັ້ງຖິ່ນຖານໃໝ່ ຂອງຜູ້ປະສົບໄພ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments