Friday, October 11, 2024
Homeຂ່າວຕ່າງປະເທດຈີນ ສຳເລັດການສຳຫຼວດວິທະຍາສາດເທື່ອທຳອິດ ຢູ່ມະຫາສະໝຸດອາກຕິກ ຄັ້ງທີ 13

ຈີນ ສຳເລັດການສຳຫຼວດວິທະຍາສາດເທື່ອທຳອິດ ຢູ່ມະຫາສະໝຸດອາກຕິກ ຄັ້ງທີ 13

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້, ໃນການສຳຫຼວດວິທະຍາສາດຢູ່ມະຫາສະໝຸດອາກຕິກຄັ້ງທີ 13 ຂອງຈີນ ທີ່ຈັດຕັ້ງໂດຍກະຊວງຊັບພະຍາກອນທຳມະຊາດຈີນໄດ້ສຳເລັດໂຄງການສຳຫຼວດທັງໝົດເທື່ອທຳອິດຄື: ໂຄງການວັດແທກດ້ານສະຫວ່າງວິທະຍາມະຫາສະໝຸດ. ໂຄງການດັ່ງກ່າວໄດ້ນຳໃຊ້ອຸປະກອນສຳຫຼວດວິທະຍາສາດສະເພາະ, ຢັ່ງວັດແທກລະດັບການແຜ່ລັງສີຂອງແສງຕາເວັນຢູ່ບ່ອນເລິກຂອງມະຫາສະໝຸດ ເພື່ອພິຈາລະນາຂະບວນການດູດຮັບ ແລະ ເສື່ອມໂຊມຂອງພະລັງງານແສງຕາເວັນໃນມະຫາສະໝຸດ. ທ່ານ ຈົ່ງເວີນຫຼີ ຮອງສາສະດາຈານມະຫາວິທະຍາໄລມະຫາສະໝຸດຈີນແນະນຳໃຫ້ຮູ້ວ່າ: ການຄົ້ນຄວ້າສະຫວ່າງວິທະຍາມະຫາສະໝຸດຈະຊ່ວຍໃຫ້ຕອບບັນຫາຕ່າງໆໄດ້ເຊັ່ນ: ພະລັງງານແສງຕາເວັນເຂົ້າສູ່ມະຫາສະໝຸດໄດ້ຄືແນວໃດ, ຖືກມະຫາສະໝຸດດູດເອົາຄືແນວໃດ ແລະ ຈະຖືກນຳໃຊ້ຢູ່ໃສເປັນຕົ້ນ. ການຄົ້ນຄວ້າທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ອຸນຫະພູມຢູ່ໜ້ານ້ຳທະເລຊັກຊີມີທ່າອຽງເພີ່ມຂຶ້ນ ໃນເກືອບ 20-30 ປີທີ່ຜ່ານມາ ຊຶ່ງມີສາຍພົວພັນທີ່ແໜ້ນແຟ້ນກັບກໍລະນີທີ່ມະຫາສະໝຸດໄດ້ດູດເອົາພະລັງງານລັງສີຄື້ນສົ້ນຂອງແສງຕາເວັນຫຼາຍກວ່າເກົ່າ, ສ່ວນອຸນຫະພູມຢູ່ໜ້ານ້ຳທະເລເພີ່ມຂຶ້ນຈະມີບົດບາດຊຸກຍູ້ທີ່ສຳຄັນຕໍ່ການລະລາຍຂອງນ້ຳກ້ອນຢູ່ມະຫາສະໝຸດອາກຕິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments