Friday, October 11, 2024
Homeຂ່າວພາຍໃນຮັດແໜ້ນການພົວພັນລາວ - ຟີລິບປິນ ໂດຍຖືເອົາປະຊາຊົນເປັນໃຈກາງ

ຮັດແໜ້ນການພົວພັນລາວ – ຟີລິບປິນ ໂດຍຖືເອົາປະຊາຊົນເປັນໃຈກາງ

ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຟີລິບປິນ ປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາຂຶ້ນພາຍໃຕ້ຫົວຂໍ້: “ຮັດແໜ້ນການພົວພັນ ລາວ – ຟິລິບປິນ ໂດຍຖືເອົາປະຊາຊົນເປັນໃຈກາງ” (Closer Together: People at the Center of Laos – Philippines Relations) ຂຶ້ນໃນຕອນເຊົ້າຂອງວັນທີ 4 ສິງຫາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝືກອົບຮົມ (ICTC), ໂດຍການໃຫ້ກຽດບັນຍາຍຂອງ ທ່ານ ແອນຣິເກ ເອ. ມານາໂລ ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ, ມີບັນດາຄະນະນໍາ ຂອງກະຊວງການຕ່າງປະເທດ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງການຈັດປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ນະໂຍບາຍການຕ່າງປະເທດຂອງຟີລິບປິນ ແລະ ຕີລາຄາທົບທວນການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຟີລິບປິນ ຕະຫຼອດໄລຍະ 68 ປີ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນສອງຊາດເປັນສໍາຄັນ. ນອກນັ້ນ, ຍັງເປັນໜຶ່ງໃນກິດຈະກໍາການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກໍາມາທິການ ວ່າດ້ວຍການຮ່ວມມື ລາວ-ຟີລິບປິນ, ຄັ້ງທີ II ໃນລະຫວ່າງ ວັນທີ 3–5 ສິງຫາ 2023.

ໃນໂອກາດນີ້, ທ່ານ ແອນຣິເກ ເອ. ມານາໂລ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ມິດຕະພາບອັນຍາວນານ ລະຫວ່າງ ສອງປະເທດ ລາວ-ຟີລິບປິນ ທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ມີຄວາມແໜ້ນແຟ້ນຂຶ້ນຕາມລໍາດັບ ຊຶ່ງເຫັນໄດ້ຈາກການແລກປ່ຽນ-ຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ, ການສົ່ງເສີມການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ບັນດາຂະແໜງການຕ່າງໆອ້ອມຂ້າງສູນກາງຢ່າງຮອບດ້ານ ເຊັ່ນ: ການຮ່ວມມືປ້ອງການຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ-ລົງທຶນ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ, ການຕ້ານການຄ້າຢາເສບຕິດ ແລະ ອື່ນໆ ເພື່ອເຮັດໃຫ້ບັນດາປະເທດພາຍໃນພາກພື້ນ ກໍຄື ປະຊາຊົນຂອງທັງສອງປະເທດ ມີຄວາມປອດໄພ ແລະ ພັດທະນາຢ່າງໝັ້ນທ່ຽງເຂັ້ມແຂງ. ພ້ອມດຽວກັນນີ້ລາວ-ຟີລິບປິນ ຍັງໄດ້ປຶກສາຫາລື ແຜນວຽກໃນຕໍ່ໜ້າຮ່ວມກັນ ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ໃນປີ 2025 ທີ່ຈະມາເຖິງ.

ໃນຕອນທ້າຍຂອງການປາຖະກະຖາ, ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ, ຕາງໜ້າໃຫ້ກະຊວງການຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ພ້ອມດ້ວຍຄະນະທີ່ໄດ້ເສຍເວລາອັນມີຄ່າໃຫ້ກຽດບັນຍາຍທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້ ພ້ອມທັງ ເປັນການເນັ້ນໃຫ້ເຫັນເຖິງການພົວພັນການທູດ ແລະ ການຮ່ວມມື ລະຫວ່າງ ລາວ – ຟີລິບປິນ ຈະສືບຕໍ່ຮັດແໜ້ນ ແລະ ຜັນຂະຫຍາຍ ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ.

ຂ່າວ: ສະຖາບັນຕ່າງປະເທດ – ພາບ: ພັດ ລໍວັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments