Saturday, October 12, 2024
Homeຂ່າວພາຍໃນສ້າງຄວາມເຂັ້ມແຂງໃຫ້ວຽກງານເກັບກູ້ລະເບີດທີ່ຕົກຄ້າງຢູ່ແຂວງຄຳມ່ວນ

ສ້າງຄວາມເຂັ້ມແຂງໃຫ້ວຽກງານເກັບກູ້ລະເບີດທີ່ຕົກຄ້າງຢູ່ແຂວງຄຳມ່ວນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈສໍາລັບ 3 ໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຊົນແຂວງຄຳມ່ວນຄື: (ໂຄງການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄລຍະ 5, ໂຄງການສົ່ງເສີມການດຳລົງຊີວິດປອດໄພໃຫ້ແກ່ປະຊາຊົນບ້ານວັງຄົນ ເມືອງບົວລະພາ ໂດຍຜ່ານການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ໂຄງການເກັບກູ້ລະເບີດເພື່ອປົກປ້ອງຊີວິດໃຫ້ແກ່ປະຊາຊົນຢູ່ເມືອງບົວລະພາ ໄລຍະ 2) ລະຫວ່າງຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໃນນາມຕາງໜ້າຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ອົງການເກັບກູ້ລະເບີດແມັກປະຈໍາ ສປປ ລາວ ທີ່ຈະໄດ້ຈັດຕັ້ງປະຕິບັດຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ ນີ້ ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ. ຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານ ອີລາຍ ເມຄະນິກ ຫົວໜ້າອົງການເກັບກູ້ລະເບີດແມັກປະຈໍາລາວ, ໂດຍມີ ທ່ານ ສີໄຮ ແກ້ວໄກຖິ່ນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງຄຳມ່ວນ ຮອງປະທານຜູ້ປະຈຳການຄະນະກໍາມະການຄຸ້ມຄອງ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ (ຄຄກລຂ) ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂຈມແຍງ ແພງທອງສະຫວັດ ກ່າວວ່າ: ສປປ ລາວ ມີລະເບີດຕົກຄ້າງຈຳນວນຫຼວງຫຼາຍ ໃນນັ້ນມີລະເບີດລູກຫວ່ານປະມານ 270 ລ້ານໜ່ວຍ ແລະ ບົ່ມໃຫຍ່ປະມານ 4 ລ້ານໜ່ວຍ ແລະ ຄາດຄະເນວ່າ 30% ຂອງລະເບີດດັ່ງກ່າວແມ່ນຍັງບໍ່ທັນແຕກໃນຂອບເຂດທົ່ວປະເທດ. ສະເພາະແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ຊຶ່ງມາຮອດປີ 2022 ຕາມການສໍາຫຼວດມີ 316 ບ້ານທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຂອງຈໍານວນ 574 ບ້ານໃນທົ່ວແຂວງ, ມີ 107 ບ້ານທີ່ໄດ້ຮັບການສໍາຫຼວດທາງດ້ານວິຊາການ, ມີເນື້ອທີ່ໆໄດ້ຮັບການຢັ້ງຢືນວ່າມີລະເບີດຕົກຄ້າງ 13.321 ເຮັກຕາ, ອີງຕາມຂໍ້ມູນການຕົກຄ້າງຂອງລະເບີດ ຖືເປັນອຸປະສັກຕໍ່ການພັດທະນາພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງ, ເຮັດໃຫ້ການດໍາລົງຊີວິດ ແລະ ທໍາການຜະລິດກະສິກໍາຂອງປະຊາຊົນບັນດາເຜົ່າພາຍໃນແຂວງຄໍາມ່ວນພົບກັບຄວາມຫຍຸ້ງຍາກ, ມີຈໍານວນໜຶ່ງຖືກບາດເຈັບ, ພິການ ແລະ ຮຸນແຮງໄປກວ່ານັ້ນແມ່ນໄດ້ເສຍຊີວິດເປັນຈໍານວນຫຼາຍ. ຕະຫຼອດໄລຍະເກືອບສາມສິບປີທີ່ຜ່ານມາ, ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາຂະແໜງການກ່ຽວຂ້ອງເອົາໃຈໃສ່ໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍໄດ້ມີການສ້າງຕັ້ງຄະນະກໍາມະການລະດັບຊາດ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຮັບຜິດຊອບໂດຍກົງຕໍ່ກັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ, ການເຂົ້າເປັນພາຄີສົນທິສັນຍາສາກົນຕ່າງໆ ເປັນຕົ້ນແມ່ນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM), ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ ໂດຍໄດ້ກຳນົດເປັນເປົ້າໝາຍທີ 18 ແລະ ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປີ 2021-2030, ການສ້າງດໍາລັດວ່າດ້ວຍ ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຍັງໄດ້ມີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ປະເທດຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອລະດົມທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາຊ່ວຍເຫຼືອຜ່ານອົງການປະຕິບັດງານຕ່າງໆ. ສໍາລັບອົງການເກັບກູ້ລະເບີດແມັກ ເປັນອົງ ການເພື່ອມະນຸດສະທໍາ ໄດ້ດໍາເນີນການຈັດຕັ້ງປະຕິບັດການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ອົງການກໍໄດ້ພະຍາຍາມຂົນຂວາຍທຶນຈາກບັນດາປະເທດຜູ້ໃຫ້ທຶນເປັນຕົ້ນແມ່ນ ປະເທດອັງກິດ, ສະຫະລັດອາເມຣິກາ, ນອກແວ ແລະ ປະເທດອື່ນໆ, ການປະຕິບັດງານຂອງອົງການເກັບກູ້ລະເບີດແມັກຢູ່ແຂວງຄໍາມ່ວນໃນໄລຍະຜ່ານມາ, ສັງເກດເຫັນວ່າໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະວຽກງານການສໍາຫຼວດ ແລະ ກວດກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ແລະ ການທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຊຶ່ງສາມາດກວດກູ້ເນື້ອທີ່ໄດ້ທັງໝົດ 5.065 ເຮັກຕາ, ພົບເຫັນ ແລະ ທໍາລາຍລະເບີດໄດ້ທັງໝົດ 72.575 ໜ່ວຍ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວບັນລຸຕາມຈຸດປະສົງຄາດໝາຍ, ມີີປະສິດທິພາບ ແລະ ປະສິດທິຜົນ. ຮຽກຮ້ອງໃຫ້ຄະນະກໍາມະການຄຸ້ມຄອງໂຄງການແຕ່ລະຂັ້ນ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ໃຫ້ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວຢ່າງໃກ້ຊິດ. ໃຫ້ຫ້ອງການ ຄຊກລ ເອົາໃຈໃສ່ເຮັດໜ້າທີ່ໃນການຄຸ້ມຄອງມະຫາພາກ, ປະສານສົມທົບກັບກະຊວງ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນແຂວງ ໃຫ້ສາມາດແກ້ໄຂບັນຫາທີ່ເກີດຂຶ້ນ. ໃຫ້ຫ້ອງການ ຄຄກລຂ ໃນນາມກອງເລຂາຂອງຄະນະກຳມະການຂັ້ນແຂວງ ເຮັດໜ້າທີ່ເປັນຈຸດປະສານງານ, ໃຫ້ມີການປະສານສົມທົບກັບອົງການ ແລະ ເປັນເຈົ້າການໃນການສ້າງແຜນລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການໃນແຕ່ລະໄລຍະ, ເພື່ອອໍານວຍຄວາມສະດວກໃຫ້ແກ່ອົງການປະຕິບັດງານ ໃນການຈັດຕັ້ງປະຕິບັດກິດຈະກໍາໂຄງການ, ເອົາໃຈໃສ່ໃນການກວດກາ ການນໍາໃຊ້ງົບປະມານຂອງໂຄງການ. ສະເໜີໃຫ້ອົງການເກັບກູ້ລະເບີດແມັກ ສືບຕໍ່ປະສານສົມທົບກັບຄະນະກໍາມະການແຕ່ລະຂັ້ນໃນການຈັດຕັ້ງປະຕິບັດກິດຈະກໍາ ແລະ ນໍາໃຊ້ງົບປະມານຂອງໂຄງການໃຫ້ເປັນໄປຕາມກອບຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ບຸນຕອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments