Saturday, October 12, 2024
Homeຂ່າວດ່ວນເຈົ້າແຂວງບໍລິຄໍາໄຊ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງ ປາກກະດິງ

ເຈົ້າແຂວງບໍລິຄໍາໄຊ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງ ປາກກະດິງ

ເນື່ອງຈາກຂອບເຂດພື້ນທີບໍລິເວນທົ່ວປະເທດ ກໍຄືແຂວງ ບໍລິຄໍາໄຊ ເກີດມີຝົນຕົກໜັກຕິດຕໍ່ກັນຢ່າງຕໍ່ເນື່ອງ ເປັນເວລາຫຼາຍວັນ ຈຶ່ງເຮັດໃຫ້ບັນດາສາຍນໍ້າ, ຫ້ວຍໜອງຄອງບຶ່ງຕ່າງໆ ມີລະດັບເພີມຂຶ້ນຢ່າງໄວ້ວາ ເຮັດໃຫ້ນໍ້າທີເພີ່ມຂຶ້ນລົ້ນຕາຝັ່ງ ແລ້ວໄຫຼລົງເຂດພື້ນທີດິນຕໍ່າ ຊຶ່ງໄດ້ສົງຜົນກະທົບໂດຍກົງຕໍ່ກັບພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນ ໄຮ່ນາ, ຮົວສວນ ພື້ນທີ່ທໍາການຜະລິດ, ສັດລ້ຽງນ້ອຍ – ໃຫຍ່ ຕະຫຼອດຮອດຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ. ດັ່ງນັ້ນ, ໃນຕອນເຊົ້າວັນທີ 4 ສິງຫາ ຜ່ານມານີ້, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ໄດ້ສົມທົບກັບພະແນກການທີກ່ຽວຂ້ອງຂັ້ນແຂວງ ລົງສໍາຫຼວດເບິງສະພາບນໍ້າຖ້ວມ ຢູ່ຂອບເຂດບ້ານຕ່າງໆ ພາຍໃນເມືອງ ປາກກະດິງ ໂດຍມີທ່ານ. ພູເຂົາເງິນ ອິນທະວົງ ເຈົ້າເມືອງ ປາກກະດິງ.

ການລົງຄັ້ງນີ້, ທ່ານ ເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ລົງສໍາຫຼວດເບິງສະພາບຄວາມເສຍຫາຍຈາກໄພນໍ້າຖ້ວມຢູ່ເຂດບ້ານ ນາເຄຶ່ອ, ເຂດບ້ານ ທົງນາມີ. ບ້ານ ນາສັງ ແລະ ບັນດານໍ້າຖ້ວມຈຸດຕ່າງໆ ຕາມແຄມທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກ 8 ເອ, ຊຶ່ງທ່ານ ເຈົ້າແຂວງ ຍັງໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບຜົນກະທົບ, ຄວາມເສຍຫາຍໃນດ້ານຕ່າງໆຈາ ກທ່ານເຈົ້າເມືອງ ແລະ ຜູ້ຕ່າງໜ້າເລຂາພັກບ້ານທີ່ກ່ຽວຂ້ອງ. ເປັນຕົ້ນແມ່ນ: ສະພາບຄວາມເສຍຫາຍຂອງເນື້ອທໍາການຜະລິດ, ຄວາມຍຸ້ງຍາກໃນການຍົກຍ້າຍສັດລ້ຽງນ້ອຍ-ໃຫຍ່ຂອງພໍ່ແມ່ປະຊົນ. ບັນຫານໍ້າກິນ-ນໍ້າໃຊ້. ເສັ້ນທາງການສັນຈອນລະຫວ່າງບ້ານ-ບ້ານຖືກຕັດຂາດ. ດິນເຈື່ອນ ຕົ້ນໄມ້ຫັກທັບທາງ ຕະຫຼອດຮອດຄວາມຍຸງຍາກໃນການດໍາລົງຊີວີດ ແລະ ອື່ນໆ.

ໂອກາດດັງກ່າວ ທ່ານເຈົ້າແຂວງ ຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງ ສຶບຕໍ່ເພີມທະວີ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຊ່ວຍເຫຼຶ່ອພໍ່ແມ່ປະຊາຊົນພາຍໃນເມືອງຢ່າງທົ່ວເຖິງ. ໂດຍສະເພາະແມ່ນບັນດາບ້ານທີຖືກນໍາຖ້ວມຂັງໃນປັດຈຸບັນ. ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງໄດ້ເອົາໃຈໃສ່ ສາມັກຄືຊ່ວຍເຫຼື່ອເບິ່ງແຍ່ງເຊິງກັນ ແລະ ກັນ. ພ້ອມທັງມີສະຕິລະວັງຕົວເກັບມ້ຽນສິ່ງຂອງທີມີຄ່າໄວ້ບ່ອນທີປອດໄພ ພ້ອມທັງເອົາໃຈໃສ່ຕິດຕາມຂໍ້ມູນຂ່າວສ່ານຢ່າງເປັນປະຈໍາໃນແຕ່ລະວັນ. ໃນໂອກາດນີ້, ທ່ານເຈົ້າແຂວງ ຍັງໄດ້ນໍາເອົາ ປ໋ອງປາ, ໝີ່ສໍາເລັດຮູບ. ນໍ້າດື່ມ ແລະ ເຄື່ອງໃຊ້ໃນຕ່າງໆ ຈໍານວນນໍາມາມອບໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຜົນຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ຕື່ມອີກ

ມາຮອດປະຈຸບັນ ແຂວງ ບໍລິຄໍາໄຊ ເກີດມີສະພາບນໍ້າຖ້ວມ – ດິນເຊາະເຈື່ອນ ແລະ ເສັ້ນທາງຖືກຕັດຂາດແລ້ວ 3 ເມືອງ ຄື. ເມືອງ ປາກກະດິງ, ເມືອງ ຄໍາເກີດ ແລະ ເມືອງ ວຽງທອງ. ປະຈຸບັນແມ່ນຍັງບໍທັນສະມາດປະເມີນຄ່າຄວາມເສຍຫາຍໄດ້.

(ພາບ-ຂ່າວ: ສຸກທະວີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments