Sunday, October 13, 2024
Homeຂ່າວຕ່າງປະເທດຟີລິບປິນ-ເອີຣົບ ຟື້ນຟູເຈລະຈາ ການຄ້າເສລີ ອີກຄັ້ງ

ຟີລິບປິນ-ເອີຣົບ ຟື້ນຟູເຈລະຈາ ການຄ້າເສລີ ອີກຄັ້ງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຟີລິບປິນ ແລະ ສະຫະພາບ ເອີຣົບ(EU) ​ເຫັນ​ດີ ຈະ​ຟື້ນ​ຟູ ການ​ຄ້າ ​ແລະ ​ເຈລະຈາ ຂໍ້​ຕົກລົງ ການ​ຄ້າ ​ເສລີ (FTA) ອີກ​ຄັ້ງ ​ໂດຍ ​ທັງ​ສອງ​ຝ່າຍ ຈະສືບ​ຕໍ່ ຄວາມ​ຮ່ວມ​ມື​ໃໝ່ອີກຄັ້ງ ລະຫວ່າງ ກອງ​ປະຊຸມ​ຂອງ ທ່ານ ​ເຟີຣດີ​ນານ ​ໂຣມວລ​ເດຊ ມາຣກອດ ປະທານາທິບໍດີ ຟີ​ລິບ​ປິນ ​ແລະ ​ທ່ານ ເອີຣຊູ​ລາ ຟອນ ​ເດີຣ ລາ​ເຢນ ປະທານ​ ຄະນະ​ ກໍາມະທິການ ​ເອີຣົບ ​ໃນ​ນະຄອນຫລວງ ມະນີ​ລາ ຂອງ​ ຟີ​ລິບ​ປິນ. ທ່ານ ເອີຣຊູ​ລາ ຟອນ ​ເດີຣ ລາ​ເຢນ ​ໃນ​ຖານະ ເປັນ ປະທານ​ຄະນະ ​ກຳມະທິການ ​ເອີຣົບ ຄົນ​ທຳ​ອິດ ທີ່ ເດີນທາງ​​ ຢ້ຽມຢາມ ຟີ​ລິບ​ປິນ ​ໃນ​ຮອບ​ເກືອບ 6 ທົດ​ສະ​ວັດ ໂດຍ ທ່ານກ່າວ​ວ່າ: ການ​ຢ້ຽມຢາມ ຄັ້ງ​ນີ້ ເປັນການ ສົ່ງ​ສັນຍານ ​ເລັ່ງຊຸກຍູ້ ຄວາມ​ຮ່ວມ​ມື ໃນ​ຍຸກ​ໃໝ່ ລະຫວ່າງ ​ເອີຣົບ ​ແລະ ຟີ​ລິບ​ປິນ ພ້ອມ​ທັງ​ສະ​ແດງ​ ຄວາມ​ມຸ່ງ​ໝັ້ນ ພັດທະນາ ການ​ຄ້າ ທະວີ​ພາຄີ ໃຫ້ກ້າວຂຶ້ນສູ່​ລະດັບຕໍ່ໄປ.

ສ່ວນ ​ທ່ານ ​ເຟີຣດີ​ນານ ​ໂຣມວລ​ເດຊ ມາຣກອສ ໄດ້​ປຶກສາ ຫາລື​ກັບ​ປະ​ທານ ຄະນະ​ກຳ​ມະ​ທິການ ​ເອີຣົບ ກ່ຽວ​ກັບ ຄວາມ​ສຳພັນ ທາງ​​ເສດຖະກິດ ​ໂດຍ​ແນ່​ໃສ່ ຟື້ນ​ຟູ​ການ​ຄ້າ ລະຫວ່າງ ​ສອງ​ພາກ​ພື້ນ , ພ້ອມ​ທັງ​ສະ​ແດງ​ຄວາມຍິນ​ດີ ຕໍ່​ການ​ຟື້ນ​ຟູ ​ເຈລະຈາ ການ​ຄ້າ​ເສລີ ​ຟີ​ລິບ​ປິນ-ສະຫະພາບ ​ເອີຣົບ ​ແລະ ຄະນະ​ບໍລິຫານ ຈະ​ເຮັດ​ວຽກ ຮ່ວມ​ກັບ ຜູ້​ຊ່ຽວຊານ​ຂອງ ​ເອີຣົບ ​ເພື່ອ​ໃຫ້ບັນລຸ ຂໍ້​ຕົກລົງ ການ​ຄ້າ ​ເສລີ ທະວີ​ພາຄີ ທີ່​ມີ ​ການ​ເຈລະຈາ ຄັ້ງ​ທຳ​ອິດ ​ໃນ​ປິ 2016. ນອກ​ນີ້ ທ່ານ ມາຣກອສ ຍັງ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ມາ​ຍັງ​ ສະຫະພາບ​ ເອີຣົບ ສໍາລັບ ການ​ສະໜັບສະໜູນຟີ​ລິບ​ປິນ ​ໃນ​ໄລຍະ​ຍາວ ​ໂດຍ​ສະ​ເພາະ ກໍລະນີ ສະຫະພາບ​ ເອີຣົບ ຍອມຮັບ​ໃບຮັບ​ຮອງ ທີ່​ອອກ​ໂດຍ​ຟີ​ລິບ​ປິນ ຊຶ່ງ​ຈະ​ເປັນ​ ປະ​ໂຫຍ​ດຕໍ່ຈຸ​ເຮືອ​ຟີ​ລິບ​ປິນ ທີ່ ​ເຮັດ​ວຽກ​ ຢູ່​ເທິງ​ເຮືອຂອງ​ສະຫະພາບ ​ເອີຣົບ ກວ່າ 50.000 ຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments