Sunday, October 13, 2024
Homeຂ່າວຕ່າງປະເທດອິນເດຍ ປະສົບຜົນສຳເລັດ ໃນການປ່ອຍຈະຫລວດຂົນສົ່ງ

ອິນເດຍ ປະສົບຜົນສຳເລັດ ໃນການປ່ອຍຈະຫລວດຂົນສົ່ງ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 31 ກໍລະກົດ, ອົງການວິໄຈ ອາວະກາດແຫ່ງ ອິນເດຍ ໄດ້ປະສົບ ຄວາມສຳເລັດ ໃນການປ່ອຍ ຈະຫລວດຂົນສົ່ງ ພີເອສແອວວີ-ຊີ56 (PSLV-C56) ຊຶ່ງ ບັນທຸກດາວທຽມ ດີເອສ-ເອສເອອາຣ (DS-SAR) ແລະ ດາວທຽມອີກ 6 ດວງ  ຈາກຖານປ່ອຍ ທາງພາກໃຕ້ ຂອງປະເທດ. ຊຶ່ງ ດາວທຽມ ດີເອສ-ເອສເອອາຣ ໄດ້ຖືກສົ່ງຈາກ ຖານປ່ອຍ ແຫ່ງທຳອິດ ຂອງ ສູນອາວະກາດ ສາທິດ ທາວັນ ໃນເມືອງຄະຣີຫະຣິໂກດາລັດອານທະຣະປະເທດ ຂອງອິນເດຍ ໂດຍດາວທຽມນີ້ ໄດ້ຖືກພັດທະນາ ພາຍໃຕ້ຄວາມຮ່ວມມື ລະຫວ່າງ ອິນເດຍ, ສິງກະໂປ ແລະ ເອສທີ ເອັນຈີເນຍຣິງ (ST Engineering) ບໍລິສັດ ການບິນ ແລະ ອາວະກາດ ລະຫວ່າງປະເທດ.

ດາວທຽມດວງນີ້ ໄດ້ຖືກໃຊ້ ສະໜັບສະໜູນ ການຖ່າຍພາບ ດາວທຽມ ຂອງ ໜ່ວຍງານ ລັດຖະບານ ສິງກະໂປ, ​ໃນຂະນະທີ່ ເອສທີ ເອັນຈີເນຍຣິງ ຈະໃຊ້ດາວທຽມດວງນີ້ເພື່ອຖ່າຍພາບດ້ວຍຫລາຍຮູບແບບ ແລະ ການບໍລິການທາງພູມສາດ ເຊິ່ງພື້ນທີ່ ສຳລັບລູກຄ້າທາງການຄ້າ. 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments