Home ແຈ້ງການສໍາຄັນ ຝົນຍັງສືບຕໍ່ຕົກຫນັກໃນພາກກາງ ແລະພາກໃຕ້ ເຕືອນລະວັງນໍ້າຖ້ວມຊຸ

ຝົນຍັງສືບຕໍ່ຕົກຫນັກໃນພາກກາງ ແລະພາກໃຕ້ ເຕືອນລະວັງນໍ້າຖ້ວມຊຸ

0
212

ພະຍາກອນອາກາດ ປະຈໍາວັນທີ ວັນທີ 02 ສິງຫາ 2023 ເນື່ອງຈາກວ່າ ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້ຕື່ມອີກ. ຊຶ່ງຍັງຈະເຮັດໃຫ້ລະດັບແມ່ນໍ້າສາຂາຍັງຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະລະດັບນໍ້າຢູ່ສະຖານີ ແກ້ງກອກ (ນໍ້າເຊຈໍາພອນ) ແມ່ນຍັງຢູ່ເຂດລະດັບເຕືອນໄພ (ເຂດລະດັບ ເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 8.00 ແມັດ) ແລະ ສະຖານີດົງເຫັນ ຍັງຢູ່ໃກ້ເຂດລະດັບເຕືອນໄພ (ລະດັບເຕືອນໄພ 9.50 ແມັດ; ເຂດອັນຕະ ລາຍ 10.50 ແມັດ). ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ລຽບຕາມແຄມນໍ້າເຊຈໍາພອນຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກທີ່ຈະເຮັດຈະໃຫ້ເກີດມີດິນເຈື່ອນ,ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບ ນະຄອນຫລວງວຽງຈັນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 24-31 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here