Monday, October 14, 2024
Homeຂ່າວພາຍໃນກົມ​ວັນ​ນະ​ຄະ​ດີ ແລະ ພິມ​ຈຳ​ໜ່າຍ ຍົກລະດັບຄວາມຮູ້​ວຽກ​ງານ​ການ​ພິມ​ຈຳ​ໜ່າຍ ​ຄັ້ງ​ທີ V

ກົມ​ວັນ​ນະ​ຄະ​ດີ ແລະ ພິມ​ຈຳ​ໜ່າຍ ຍົກລະດັບຄວາມຮູ້​ວຽກ​ງານ​ການ​ພິມ​ຈຳ​ໜ່າຍ ​ຄັ້ງ​ທີ V

ກົມ​ວັນ​ນະ​ຄະ​ດີ ແລະ ພິມ​ຈຳ​ໜ່າຍ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ (ຖວທ) ໄດ້​ຈັດ​ຊຸດຝຶກ​ອົບ​ຮົມ​ວຽກ​ງານ​ການ​ພິມ​ຈຳ​ໜ່າຍ​ຄັ້ງ​ທີ V ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ ນີ້​ ທີ່ຫ້​ອງ​ປະ​ຊຸມ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນຊ), ໂດຍ​​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ​ນາງ ບົວ​ໄຂ ເພັງ​ພະ​ຈັນ ຫົວໜ້າ​ກົມສິ​ລະ​ປະ-ວັດ​ທະ​ນະ​ທຳ, ມີທ່ານ​ ຫງວຽ​ນ ​ຫງອກ ບາວ ຮອງ​ຫົວ​ໜ້າ​ກົມ​ການ​ພິມ ແລະ ຈຳ​ໜ່າຍ ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ສ​ສ ​ຫວຽດ​ນາມ, ມີ​ບັນ​ດາ​ຫົວ​ໜ້າ​ກົມ, ຮອງ​ກົມ, ນັກ​ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.

ທ່ານນາງ ຈັນ​ເພັດ ຄຳ​ຟອງ ຫົວ​ໜ້າ​ກົມ​ວັນ​ນະ​ຄະ​ດີ ແລະ ພິມ​ຈຳ​ໜ່າຍ​ ​ກ່າວ​ວ່າ:​ ການ​ຝຶກ​ອົບ​ຮົມ​ຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ ດ້ານວຽກ​ງານ​ການ​ພິມ​ຈຳ​ໜ່າຍ​ໃຫ້​ພະ​ນັກ​ງານ-ລັດຖະກອນ ທີ່ເຮັດວຽກງານດ້ານການ​ຈັດ​ພິມ, ການພິມ ແລະ ການ​ຈຳ​ໜ່າຍ​ໃຫ້ເຕັມ​ໄປ​ດ້ວຍ​ເນື້ອ​ໃນທີ່​ອຸ​ດົມ​ສົມ​ບູນ, ຮັບ​ປະ​ກັນ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ ເພື່ອນໍາເອົາບົດຮຽນດັ່ງກ່າວມາໝູນໃຊ້ເຂົ້າໃນວຽກງານຂອງຕົນ, ພ້ອມທັງເປັນການ​​ກະ​ກຽມ​ສະ​ເຫຼີມ​ສະຫຼອງວັນ​​ສ້າງ​ຕັ້ງ​ສາຍ​ພົວ​ພັນການ​ທູດ​ລາວ-​ຫວຽດ​ນາມ ຄົບ​ຮອບ 61 ປີ, ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ຊາດ ສ​ສ ຫວຽດ​ນາມ ຄົບ​ຮອບ 78 ປີ ແລະ​ ສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສື່ມວນ​ຊົນ ແລະ ການ​ພິມ​ຈຳ​ໜ່າຍ​ ຄົບ​ຮອບ 73 ປີທີ່ຈະມາເຖິງນີ້. ​ການ​ຝຶກ​ອົບ​ຮົມ​ຄັ້ງນີ້ຖືເປັນ​ຜົນ​​ງານ​ ທັງເປັນ​ການ​ສ້າງຂະ​ບວນ​ການ​​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ສະ​ເຫຼີມ​ສະຫຼອງວັນ​ສຳ​ຄັນ​ຕ່າງໆ. ສະ​ນັ້ນ, ຈຶ່ງ​ຮຽກ​​​ຮ້ອງ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ກອນ ແລະ ​ສຳ​ມະ​ນາ​ກອນຈົ່ງ​ໄດ້​ສຸມ​ສະ​ຕິ​ປັນ​ຍາ​ຖ່າຍ​ທອດ, ແລກ​ປ່ຽນ​ຄວາມ​ຮູ້ເພື່ອ​ບັນ​ລຸ​ຄາດ​ໝາຍ​ທີ່ວາງໄວ້.

ຂ່າວ-ພາບ: ບຸນ​ອູ້ມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments