Monday, October 14, 2024
Homeຂ່າວໜ້າໜຶ່ງ40 ປີ ແຫ່ງການສ້າງຕັ້ງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ

40 ປີ ແຫ່ງການສ້າງຕັ້ງຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ

ໃນວັນທີ 1 ສິງຫາ 2023 ນີ້, ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ຈັດກອງປະ ຊຸມພົບປະ ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຄົບຮອບ 40 ປີ ໂດຍການເລົ່າມູນເຊື້ອຂອງ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ.

ໂອກາດນີ້, ທ່ານ ສົມມາດ ພົລເສນາ ໃຫ້ຮູ້ວ່າ: ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແຕ່ກ່ອນເອີ້ນວ່າ ຄະນະກຳມະການລາວ ເພື່ອສັນຕິພາບ, ສາມັກຄີ ແລະ ມິດຕະພາບກັບປະຊາຊາດ ແມ່ນອົງການຈັດຕັ້ງສັງຄົມຂອງລາວ, ສ້າງຕັ້ງຂຶ້ນໃນວັນທີ 1 ສິງຫາ 1983 ໂດຍແມ່ນ ທ່ານ ສິງກະໂປ ສີໂຄດຈຸນລະມາລີ ເປັນປະທານຜູ້ທຳອິດ. ໃນເວລານັ້ນ, ຄະນະກຳມະການນີ້ ມີຖານະເປັນອົງການຈັດ ຕັ້ງທີ່ມີງົບປະມານ ແລະ ກົງຈັກສະເພາະ. ມາຮອດປີ 1999, ກົມການເມືອງສູນກາງພັກ ໄດ້ຕົກລົງໂອນຄະນະກຳມະການລາວ ເພື່ອສັນຕິພາບ, ສາມັກຄີ ແລະ ມິດຕະພາບ ກັບປະຊາຊາດ ມາຂຶ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ປ່ຽນຊື່ມາເປັນ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ແຕ່ງຕັ້ງ ທ່ານ ສິໂຫ ບັນນະວົງ ຮອງປະທານສູູນກາງແນວລາວສ້າງຊາດ ໃນເວລານັ້ນ ເປັນປະທານ. ນັບແຕ່ນັ້ນມາ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີການປັບປຸງກົງຈັກການຈັດ ຕັ້ງ 3 ຄັ້ງ, ຄັ້ງທີ 1 ແມ່ນ ທ່ານ ຄໍາພັນ ສິມມາລາວົງ (2008-2016), ນັກການທູດອາວຸໂສ ເປັນປະ ທານ, ຄັ້ງທີ 2 (2016-2022) ແມ່ນ ທ່ານ ສົມພັນ ແພງຄໍາມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ໃນເວລານັ້ນ) ເປັນປະທານ ແລະ ຄັ້ງທີ 3 (2022-ປັດຈຸບັນ) ແມ່ນ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານ ແລະ ປະກອບມີຮອງປະທານ, ເລຂາທິການ ແລະ ກໍາມະການ ລວມທັງໝົດ 9 ທ່ານ, ແຕ່ລະທ່ານບໍ່ໄດ້ປະຈໍາການ, ສ່ວນຫ້ອງການ ແລະ ກອງເລຂາ ທີ່ເຮັດວຽກແມ່ນ ກົມການທູດປະຊາຊົນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງປະສານງານ ແລະ ເຮັດວຽກປະຈຳ.

ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ມີພາລະບົດບາດປະກອບສ່ວນສະໜັບສະໜູນເພື່ອສ້າງເງື່ອນໄຂ, ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ສັນຕິພາບ, ມິດຕະພາບ ແລະ ການພັດທະນາ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຂອງພາກພື້ນ ແລະ ຂອງໂລກ, ເຄື່ອນໄຫວພາຍໃຕ້ແນວທາງ ຂອງພັກ, ນະໂຍບາຍ ຂອງລັດ ໃນແຕ່ລະໄລຍະ ເປັນຕົ້ນ ແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາ ແລະ ຂະຫຍາຍການພົວພັນຮ່ວມມືຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ, ຫລາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄື່ອນໄຫວປະກອບສ່ວນສ້າງສະ ພາບແວດລ້ອມເອື້ອອໍານວຍໃຫ້ແກ່ການສ້າງສັນຕິພາບ, ມິດຕະພາບ ແລະ ການພັດທະນາ ທັງພາຍໃນ ກໍ່ຄືພາກພື້ນ ແລະ ໃນໂລກ.

ຜົນສຳເລັດອັນພົ້ນເດັ່ນ ໃນໄລຍະຜ່ານມາ ຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແມ່ນການປະກອບສ່ວນເຄື່ອນໄຫວ ສ້າງສະພາບແວດລ້ອມ ເອື້ອອໍານວຍໃຫ້ແກ່ການສ້າງສັນຕິພາບ ແລະ ການພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ສາກົນຮັບຮູ້ບົດບາດ ຂອງຄະນະສັນຕິ ພາບ ແລະ ສາມັກຄີ ຂອງ ລາວ ກໍຄື ບົດບາດ ຂອງ ສປປ ລາວ. ສະນັ້ນ, ໃນປີ 2008, ຄະນະກຳມະ ການຄ້ອງສັນຕິພາບໂລກ ອິນໂດເນເຊຍ ໄດ້ມອບລາງວັນອັນຊົງກຽດຄື “ຄ້ອງສັນຕິພາບໂລກ (world Peace Gong)” ໃຫ້ແກ່ ສປປ ລາວ ເຊິ່ງເປັນປະເທດທໍາອິດໃນບັນດາປະເທດອາຊຽນ ແລະ ເປັນປະເທດທີ 4 ໃນໂລກ (ຖັດຈາກ ສປ ຈີນ, ອິນເດຍ, ໂມຊໍາບິກ) ທີ່ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວຈາກ ຄະນະກໍາມະການສັນຕິພາບໂລກອິນໂດເນເຊຍ. ປັດຈຸບັນຄ້ອງດັ່ງກ່າວ ປະດິດສະຖານໄວ້ຢູ່ສວນປະຕູໄຊ. ນອກນັ້ນ, ຜົນງານການເຄື່ອນໄຫວອັນພົ້ນເດັ່ນ ໄດ້ຈັດກິດຈະກຳລະດົມປັດໄຈ ເພື່ອຊ່ວຍ ເຫລືອ ຜູ້ປະສົບໄພທຳມະຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຈັດຄອນເສີດລະດົມທຶນ ເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ 3 ແຂວງພາກໃຕ້ ຂອງ ລາວປີ 2009 ໄດ້ 300 ກວ່າລ້ານກີບ, ຈັດຄອນເສີດລະດົມປັດໄຈຊ່ວຍເຫລືອ ປະຊາຊົນປະເທດໄຮຕິ ປະສົບແຜ່ນ ດິນໄຫວ ປີ 2010 ມູນຄ່າ 15.000 ໂດລາສະຫະລັດ ແລະ ຈັດຄອນເສີດລະດົມປັດໄຈຊ່ວຍເຫລືອປະຊາຊົນຍີ່ປຸ່ນ ປະສົບ ໄພສຶນາມິ ໃນເດືອນມີນາ ປີ 2011 ໄດ້ 500 ກວ່າລ້ານກີບ, ເປັນເຈົ້າພາບຈັດກອງປະຊຸມຂົງເຂດອາຊີປາຊີຟິກ ແລະ ກອງປະຊຸມຄະນະເລຂາຂອງ ສະພາສັນຕິພາບໂລກ ໃນປີ 2019. ພ້ອມນີ້, ຍັງໄດ້ຂົນຂວາຍທຶນຮອນນໍາຄູ່ຮ່ວມມືມາສ້າງສາພັດທະນາ ສປປ ລາວ, ນັບແຕ່ປີ 2013-2022 ໄດ້ລະດົມຂົນຂວາຍທຶນຈາກອົງການສັນຕິພາບເພື່ອນມິດ ມາສ້າງສາພັດທະນາຢູ່ ສປປ ລາວ ເປັນຕົ້ນ ສ້າງພື້ນຖານໂຄງລ່າງດ້ານການສຶກສາ ເຊິ່ງໄດ້ສ້າງໂຮງຮຽນປະຖົມ ແລະ ມັດທະຍົມໄດ້ທັງໝົດ 17 ຫລັງ ແລະ ອຸປະກອນການຮຽນການສອນ ລວມມູນຄ່າ 3 ລ້ານກວ່າໂດລາສະຫະລັດ ແລະ 15 ລ້ານກວ່າຢວນ. ພ້ອມນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມສາກົນ ເພື່ອຕ້ານການຊ່ວງເສັງການປະກອບອາວຸດ, ຕ້ານການໃຊ້ກຳລັງທະຫານ ແລະ ສະໜັບສະໜູນຖະແຫລງການຕ່າງໆ ຂອງສະພາສັນຕິພາບໂລກ, ອົງການຈັດຕັ້ງສັນຕິພາບພາກພື້ນຕ່າງໆ.

ສຳລັບທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຈະສືບຕໍ່ປະຕິບັດຕາມພາລະບົດບາດ ໃນການໂຄສະນາ, ເຜີຍແຜ່ກ່ຽວກັບສັນຕິພາບ ແລະ ການພັດທະນາ ແລະ ຜົນຮ້າຍຂອງສົງຄາມ, ສືບຕໍ່ປະກອບສ່ວນສ້າງສະພາບແວດລ້ອມອັນເອື້ອອໍານວຍ ໃນການສ້າງສັນຕິພາບ ໃນພາກພື້ນ ແລະ ໃນໂລກ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງຕົນ, ສືບຕໍ່ພົວພັນຮ່ວມມືຢ່າງໃກ້ຊິດກັບສະພາສັນຕິພາບໂລກ, ອົງການສັນຕິພາບເພື່ອນມິດຍຸດທະສາດ, ອົງການສັນຕິພາບພາກພື້ນ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ, ສືບຕໍ່ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ສະໜັບສະໜູນວຽກງານສັນຕິພາບ ເພື່ອເສີມຂະຫຍາຍບົດບາດ ຂອງອົງການສັນຕິພາບ ຂອງ ລາວ ໃຫ້ເດັ່ນຂຶ້ນຕື່ມໃນເວທີສາກົນ ແລະ ສືບຕໍ່ລະດົມຂົນຂວາຍທຶນ ມາສ້າງສາພັດທະນາ ສປປ ລາວ ໃຫ້ນັບມື້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ.

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments