Monday, October 14, 2024
Homeບຸນປະເພນີຊາວພຸດຮ່ວມໃສ່ບາດ ບຸນເຂົ້າພັນສາ ປະຈຳປີ 2023

ຊາວພຸດຮ່ວມໃສ່ບາດ ບຸນເຂົ້າພັນສາ ປະຈຳປີ 2023

ໃນວັນທີ 1 ສິງຫາ 2023 ນີ້, ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2566, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານ ແດ່ພະສົງສາ ມະເນນ ຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດ ຕາມຮີດຄອງປະເພນີທີ່ສືບທອດກັນມາ. ສະເພາະຢູ່ນະຄອນຫລວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນໃສ່ບາດ ຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳ ອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດ ກໍໄດ້ມີພິທີກຳທາງສາດສະໜາ ເປັນຕົ້ນ ຟັງທຳມະເທດສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນ ນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາຫານປະເພດຕ່າງໆ ມາຕັ້ງເປັນໂຮງທານ ເພື່ອໃຫ້ມວນຊົນ ຜູ້ມາໃສ່ບາດ ໄດ້ຮັບປະທານ.

ທຸກໆປີ ເມື່ອຮອດມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ຳ ເປັນວັນເຂົ້າພັນສາທາງສາສະຫນາພຸດ ເຊິ່ງກາຍເປັນຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ, ປະຊາຊົນລາວບັນດາເຜົ່າ ໄດ້ປະຕິບັດກັນມາ ໃນທຸກໆປີເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ(ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນ ມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ.

ນັບຈາກນີ້ໄປ ເປັນເວລາ 3 ເດືອນ, ພະສົງສຳມະເນນ ຈະໄດ້ບໍາເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກຮັກສາວັດວາອາຮາມ, ໄຫວ້ພະສວດມົນ, ເທສະໜາເຜີຍແຜ່ຫລັກຄຳສັ່ງສອນຂອງພະພຸດທະເຈົ້າ ໃຫ້ແກ່ອອກຕົນນຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ.

ໂອກາດເຂົ້າພັນປີນີ້, ຂໍໃຫ້ຜູ້ມັກດື່ມສິ່ງມຶນເມົາ ຖືເອົາໂອກາດນີ້ເປັນປີແຫ່ງການເຊົາຢຸດການດື່ມເຫລົ້າ-ດື່ມເບຍ ຫລື ສິ່ງມຶນເມົາຕ່າງໆໃຫ້ໄດ້, ທັງນີ້ ກໍເພື່ອເປັນການຮັກສາສຸຂະພາບຂອງຕົວທ່ານເອງ, ທັງເປັນການປະຢັດງົບປະມານຂອງຕົນເອງ ແລະ ຄອບຄົວ ໃນໄລຍະທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃນປັດຈຸບັນ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments