Tuesday, October 15, 2024
Homeທ່ອງທ່ຽວລາວ ຈະຟື້ນຟູປະຊາກອນເສືອໂຄ່ງ ຕາມຖິ່ນອາໄສທາງທໍາມະຊາດ

ລາວ ຈະຟື້ນຟູປະຊາກອນເສືອໂຄ່ງ ຕາມຖິ່ນອາໄສທາງທໍາມະຊາດ

ເນື່ອງໃນວັນເສືອໂຄ່ງໂລກ ໃນວັນທີ 29 ກໍລະກົດ 2023 ຜ່ານມານີ້, ສປປ ລາວ ໃຫ້ຄໍາໝັ້ນສັນຍາວ່າ: ຈະຟື້ນຟູປະຊາກອນເສືອໂຄ່ງຕາມຖິ່ນອາໄສທາງທໍາມະຊາດ ເພື່ອເຮັດໃຫ້ປະເທດລາວ ມີເສືອໂຄ່ງ ຢູ່ຕາມຖິ່ນອາໄສທາງທໍາມະຊາດ ໃນເຂດອາຊີຕາເວັນອອກສ່ຽງໃຕ້ ອີກຄັ້ງໜຶ່ງ ເຊິ່ງລັດຖະບານລາວ ໄດ້ຮ່ວມກັບອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ລາວ (WWF-Laos) ຜັນຂະຫຍາຍແຜນດໍາເນີນງານເສືອໂຄ່ງແຫ່ງຊາດ (2022-2034) ໂດຍເນັ້ນໃສ່ການສ້າງທ່າແຮງຄວາມເປັນໄປໄດ້ ຕໍ່ການຟື້ນຟູປະຊາກອນເສືອໂຄ່ງ ໃນປະເທດລາວ, ລວມທັງໃນເຂດປ່າສະຫງວນແຫ່ງຊາດນໍ້າປຸຍ. ໃນຂະນະທີ່ ປະຊາກອນເສືອ ໃນເຂດອາຊີຕາເວັນອອກສ່ຽງ ໃຕ້ ກໍາລັງຜະເຊີນກັບໄພຂົ່ມຂູ່ ທີ່ອາດນໍາໄປສູ່ການສູນພັນ.

ທ່ານ ສົມຫວັງ ພິມມະວົງ ຮອງຫົວໜ້າ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ແຜນການດໍາເນີນງານເສືອໂຄ່ງ ແຫ່ງຊາດ ສະບັບໃໝ່ນີ້ ແນໃສ່ສ້າງ ແລະ ເພີ່ມທະວີຄວາມເປັນເຈົ້າການຂອງ ສປປ ລາວ ຕໍ່ວຽກງານອະນຸລັກຊີວະນາໆພັນ ແລະ ການປະກອບສ່ວນທີ່ເຂັ້ມແຂງ ຂອງຜູ້ມີສ່ວນຮ່ວມຂັ້ນທ້ອງຖິ່ນ ໂດຍສະເພາະ ໃນເຂດທີ່ມີຄວາມເປັນໄປໄດ້ສູງຕໍ່ການຟື້ນຟູປະຊາ ກອນເສືອໂຄ່ງ ເຊັ່ນ: ປ່າສະຫງວນແຫ່ງຊາດນໍ້າປຸຍ ແລະ ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ. ເຖິງ ວ່າ ຈະມີສິ່ງທ້າທາຍປານໃດກໍຕາມ ແຕ່ລັດຖະບານລາວ ຈະສືບຕໍ່ສຸ່ມໃສ່ການປ້ອງກັນໄພຂົ່ມຂູ່ຫລັກ ທີ່ເປັນສາເຫດເຮັດໃຫ້ ເສືອໂຄ່ງ ຢູ່ໃນ ສປປ ລາວ ຫລຸດລົງ, ສ້າງຄວາມເຂັ້ມແຂງຕໍ່ກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສັດປ່າ ແລະ ດໍາລັດ ວ່າດ້ວຍສົນທິສັນຍາການຄ້າຂາຍສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ພ້ອມທັງສຸ່ມໃສ່ແຜນໄລຍະ 10 ປີນີ້ ເພື່ອເປັນເສັ້ນທາງຕໍ່ການຟື້ນຟູປະຊາກອນເສືອໂຄ່ງ ຕາມຖິ່ນອາໄສທາງທໍາມະຊາດ ໃນລາວເຮົາອີກຄັ້ງ.

ອົງການ WWF-Laos ໄດ້ໃຫ້ການສະໜັບສະໜູນ ແລະ ເຮັດວຽກຮ່ວມກັບລັດຖະບານລາວ ໃນວຽກງານອະນຸລັກທໍາມະຊາດ ມາຫລາຍກວ່າ ສອງທົດສະວັດ ເຊິ່ງສ່ວນໃຫຍ່ ແມ່ນກວມເອົາເຂດປ່າສະຫງວນ ແຫ່ງຊາດນໍ້າປຸຍ ທີ່ເຄີຍເປັນແຫລ່ງທີ່ຢູ່ອາໄສທາງທໍາມະຊາດຂອງເສືອໂຄ່ງມາກ່ອນ ໂດຍມີເນື້ອທີ່ກວມເອົາ 1.900 ກິໂລຕາແມັດ ໄປທາງທິດຕາເວັນຕົກຂອງປະເທດ.

ທ່ານ ອັກຈູສັນ ຣາຊພົນ ຫົວໜ້າແຜນງານສັດປ່າ ແລະ ຝ່າຍວິທະຍາສາດ ການອະນຸລັກ, ອົງການ WWF-Laos ໄດ້ກ່າວວ່າ: ຄວາມກະຕືລືລົ້ນ ທີ່ຈະຟື້ນຟູປະຊາກອນເສືອໂຄ່ງຕາມຖິ່ນອາໄສທາງທໍາມະຊາດ ໃນລາວ ມີຄວາມສໍາຄັນເກີນກວ່າການປົກປ້ອງສັດປ່າສາຍພັນນີ້ ພຽງຊະນິດດຽວ. ທັງນີ້, ກໍເພາະວ່າ ການທີ່ມີເສືອໂຄ່ງຢູ່ບ່ອນໃດ ສະແດງໃຫ້ເຫັນຄວາມອຸດົມສົມບູນ, ການເຕີບໃຫຍ່ຂະຫຍາຍຕົວຂອງລະບົບນິເວດທີ່ເປັນສິ່ງຄໍ້າຈູນ ແລະ ສະໜັບສະໜູນຄວາມຫລາກຫລາຍທາງດ້ານຊີວະນາໆພັນ. ພວກເຮົາບໍ່ສາມາດທີ່ຈະປ່ອຍໂອກາດໃຫ້ຫລຸດມື ໃນການນໍາເສືອ ໂຄ່ງ ເຊິ່ງເປັນສັດໃນຕໍານານຂອງອາຊີ ຄືນສູ່ພື້ນທີ່ ທີ່ຍັງມີຄວາມອຸດົມສົມບູນ ໂດຍສະເພາະ ປ່າສະຫງວນແຫ່ງຊາດ ນໍ້າປຸຍ ເຊິ່ງເປັນໜຶ່ງໃນເຂດບູລິມະສິດ ທີ່ອົງການ WWF-Laos ໄດ້ສະໜັບສະໜູນວຽກງານອະນຸລັກ ຕະຫລອດໄລຍະ 14 ປີທີ່ຜ່ານມາ.

ປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນພື້ນທີ່ຍຸດທະສາດ ທີ່ມີທີ່ຕັ້ງລຽບໄປຕາມທາງທິດຕາ ເວັນຕົກ ຂອງປະເທດ ເຊິ່ງມີການບຸກລຸກຈາກການໃສ່ແຮ້ວ ຫລື ກັບດັກຈັບສັດໃຫຍ່ໜ້ອຍກວ່າ ຖ້າທຽບໃສ່ພື້ນທີ່ເຂດ ຕາເວັນອອກ ແລະ ນັ້ນອາດເປັນການເປີດທາງໃຫ້ບັນດາປະຊາກອນເສືອ ໂຄ່ງ ຈາກທາງເພື່ອນບ້ານ ຂະຫຍາຍເຂດອາໄສມາຍັງເຂດດັ່ງກ່າວອີກ. ພ້ອມນີ້, ປ່າສະຫງວນແຫ່ງຊາດນໍ້າປຸຍ ຍັງເປັນເຂດແດນເຊື່ອມຕໍ່, ປະຊາກອນເສືອໂຄ່ງທີ່ມີການຂະຫຍາຍພັນ ໃນເຂດປະ ເທດໄທ ອາດແຜ່ຂະຫຍາຍມາສູ່ຂົງເຂດດັ່ງກ່າວ ເຊິ່ງຈະເຮັດໃຫ້ເກີດມີການເພີ່ມຂຶ້ນຂອງຄວາມຫລາກຫລາຍທາງດ້ານທໍາມະຊາດ, ລວມເຖິງການເຊື່ອມໂຍງ ລະຫວ່າງພາກພື້ນອ້ອມຂ້າງ.

ນອກຈາກນັ້ນ, ປ່າສະຫງວນແຫ່ງຊາດນໍ້າປຸຍ ກໍາລັງຢູ່ລະຫວ່າງການພິຈາລະນາ ຕໍ່ການຍົກລະດັບໄປເປັນອຸທິຍານ ມໍລະດົກ ຂອງອາຊຽນເຊິ່ງສິ່ງດັ່ງກ່າວ, ເນັ້ນຢໍ້າໃຫ້ເຫັນເຖິງຄວາມສໍາຄັນ ຂອງປ່າສະຫງວນໃນວຽກງານອະນຸລັກ ເສືອໂຄ່ງໃນລະດັບພາກພື້ນ.

ຂ່າວ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments