Tuesday, October 15, 2024
Homeຂ່າວພາຍໃນເຊັນສັນຍາ ໂຄງການສໍາປະທານຂຸດຄົ້ນ ແລະ ສ້າງຕັ້ງ ໂຮງງານຂົບຫີນ ຢູ່ເມືອງລອງ

ເຊັນສັນຍາ ໂຄງການສໍາປະທານຂຸດຄົ້ນ ແລະ ສ້າງຕັ້ງ ໂຮງງານຂົບຫີນ ຢູ່ເມືອງລອງ

ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ໄດ້ມີພິທີເຊັນສັນຍາໂຄງການສຳປະທານຂຸດຄົ້ນ ແລະ ສ້າງຕັ້ງໂຮງງານຂົບຫີນ ຢູ່ເຂດບ້ານຫລັງຜາໃໝ່ ເມືອງລອງ ລະ ຫວ່າງ ອົງການປົກຄອງແຂວງຫລວງນໍ້າທາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ແອໃຫຍ່ ຈັນສະຫວັດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ຢາງຜິ່ງ ອໍານວຍການບໍລິ ສັດ ວາຍພີ ພັດທະນາກະສິກຳຮອບດ້ານ ຈຳກັດຜູ້ດຽວ ໂດຍມີ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າ ແຂວງຫລວງນໍ້າທາ, ຜູ້ຊີ້ນຳຂົງເຂດເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນັນທະວົງ ນັນທະລາດ ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດ ໃຫ້ເຊັນສັນຍາສຳປະທານໂຄງການສໍາປະທານຂຸດຄົ້ນ ແລະ ສ້າງຕັ້ງໂຮງງານຂົບຫີນ, ທັງສອງຝ່າຍ ມີຄວາມຮັບຮູ້ນໍາກັນ ແລະ ຕົກລົງເປັນເອກະພາບກັນສ້າງຂຶ້ນ ເພື່ອກຳນົດສິດ,ພັນ ທະ, ໜ້າທີ່ຄວາມຮັບຜິດຊອບຂອງຄູ່ສັນຍາ ໃນຂໍ້ຜູກພັນການລົງທຶນຂອງທັງສອງຝ່າຍ ແນໃສ່ເຮັດໃຫ້ກິດຈະກໍາລົງທຶນດໍາເນີນຢ່າງມີປະສິດທິຜົນສູງ, ຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮັບປະ ກັນໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ.

ໂຄງການສຳປະທານຂຸດຄົ້ນ ແລະ ສ້າງຕັ້ງໂຮງງານຂົບຫີນ ຕັ້ງຢູ່ເຂດບ້ານຫລັງຜາໃໝ່ ເມືອງລອງ ມີເນື້ອທີ່ສຳປະທານທັງໝົດ 4 ເຮັກຕາ ເຊິ່ງໄດ້ລະບຸລາຍລະອຽດໄວ້ໃນໃບຢັ້ງຢືນເນື້ອທີ່ດິນ (ທີ່ອອກໂດຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ແລະ ສັນຍາສຳປະທານທີ່ດິນທີ່ບໍລິສັດເຊັນກັບພະແນກການເງິນ ມູນຄ່າການລົງທຶນທັງໝົດ 6,3 ກວ່າກີບ, ທຶນຈົດທະບຽນ: 2 ຕື້ກີບ, ອາຍຸສຳປະທານ 5 ປີນັບແຕ່ມື້ເຊັນສັນຍາສະບັບນີ້ເປັນຕົ້ນໄປ, ພ້ອມນີ້, ຍັງມີເງິນຄໍ້າປະກັນເປັນເງິນສົດ 10.000 ໂດລາສະຫະລັດ, ນອກຈາກ ບໍລິສັດປະຕິບັດພັນທະຕ່າງໆ ແລະ ວາງເງິນຄໍ້າປະກັນໂຄງການຕາມລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງແລ້ວ, ບໍລິສັດ ມີຄວາມຍິນດີປະກອບສ່ວນທຶນເຂົ້າໃນການພັດທະນາທ້ອງຖິ່ນ ເປັນຕົ້ນ ທຶນຄຸ້ມຄອງສັນຍາໂຄງການ 10 ລ້ານກີບ/ປີ ໂດຍມອບເຂົ້າບັນຊີຂອງພະແນກແຜນການ ແລະ ການລົງທຶນ, ຊຸກຍູ້, ຕິດຕາມໂຄງການ 10 ລ້ານກີບ/ປີ ໂດຍມອບເຂົ້າບັນຊີພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທຶນພັດທະນາທ້ອງຖິ່ນ(ເມືອງ) 10 ລ້ານກີບ/ປີ ມອບເຂົ້າບັນຊີເມືອງລອງ, ເງິນຊຸກຍູ້ຕິດຕາມໂຄງການຂັ້ນເມືອງ 5 ລ້ານກີບ/ປີ, ທຶນພັດທະນາບ້ານ 5 ກີບ ເຊິ່ງການມອບເງິນຮ່ວງຕ່າງໆແມ່ນຕ້ອງມອບກ່ອນມື້ເຊັນສັນຍາ ແລະ ກໍານົດເອົາວັນທີດັ່ງກ່າວຂອງແຕ່ລະປີ ເປັນມື້ມອບຂອງປີຕໍ່ໆໄປຈົນສີ້ນສຸດສັນຍາ.

ຂ່າວ: ອຸ້ມ ສົມນໍວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments