Tuesday, October 15, 2024
Homeແຈ້ງການສໍາຄັນວິທີເຮັດຍຳເຫັດສາມສະຫາຍ

ວິທີເຮັດຍຳເຫັດສາມສະຫາຍ

ເຫັດມີປະໂຫຍດ ແລະ ຍັງສາມາດນຳໄປດັດແປງເປັນເມນູເພື່ອສຸຂະພາບໄດ້ຫຼາຍຢ່າງຊື່ງຈະດີຕໍ່ຮ່າງກາຍ ແລະ ຈິດໃຈເຫັດເປັນສ່ວນປະກອບອາຫານທີ່ມີລົດຊາດແຊບ!

ມື້ນີ້ມາເອົາໃຈຄົນຮັກສຸຂະພາບໂດຍຍຳເຫັດສາມສະຫາຍ ຊື່ງມີລົດຊາດແຊບນົວ ແຖມຍັງອີ່ມສະບາຍທ້ອງຈາກເຫັດເຂັມ ແລະ ເຫັດຊິເມຈິຂາວ – ດຳ.

ວັດຖຸປະກອບມີ:

  1. ເຫັດເຂັມ 1 ຖ້ວຍ
  2. ເຫັດຊິເມຈິດຳ 1 ຖ້ວຍ
  3. ເຫັດຊິເມຈິຂາວ 1 ຖ້ວຍ
  4. ນໍ້າປາ 1 ບ່ວງ
  5. ນໍ້າຕານ 1 ບ່ວງກາເຟ
  6. ນໍ້າໝາກນາວ 1 ບ່ວງເຄີ່ງ
  7. ໝາກເຜັດຂີ້ໜູຊອຍລະອຽດ 10 ໜ່ວຍ
  8. ໝາກເລັນ ½ ຖ້ວຍ
  9. ຜັກບົ່ວໃຫຍ່ ½ ຫົວ
  10. ຜັກຊີ 1 ຕົ້ນ

ວິທີເຮັດ:

  • ຊອຍເຫັດທີ່ມີທັງໝົດ ແລະ ລ້າງໃຫ້ສະອາດ
  • ຊອຍໝາກເລັນ ຜັກບົ່ວໃຫຍ່ ຜັກຊີ ແລະ ຕຳໝາກເຜັດຂີ້ໜູແລ້ວກຽມໄວ້
  • ເຮັດນໍ້າຍຳ ເຊັ່ນ: ນໍ້າປາ ນໍ້າຕານ ນໍ້າໝາກນາວ ໝາກເຜັດ ແລ້ວຂົນໃຫ້ເຂົ້າກັນ
  • ລວກເຫັດໃຫ້ສຸກ ແລ້ວປະສົມກັບນໍ້າຍຳໄວ້
  • ໃສ່ຜັກຕ່າງໆ ທີ່ກຽມປະໄວ້ ຂົນໃຫ້ເຂົ້າກັນ ຕັກໃສ່ຈານພ້ອມເສີບ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments