Tuesday, October 15, 2024
Homeຂ່າວຕ່າງປະເທດຢູເອອີ ຫ້າມສົ່ງອອກ-ສົ່ງກັບ ເຂົ້າ ເປັນໄລຍະເວລາ 4 ເດືອນ

ຢູເອອີ ຫ້າມສົ່ງອອກ-ສົ່ງກັບ ເຂົ້າ ເປັນໄລຍະເວລາ 4 ເດືອນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ກະຊວງ ເສດຖະກິດ ຂອງ ສະຫະນະຄອນ ເອເມເຣັດອາຮັບ ໄດ້ອອກ ຄຳສັ່ງຫ້າມ ສົ່ງອອກເຂົ້າ ແລະ ສົ່ງເຂົ້າກັບໄປຍັງ ນອກປະເທດ (Re-export) ເປັນໄລຍະເວລາ 4 ເດືອນ. ຖະແຫລງການ ຈາກ ບັນຊີ ສື່ສັງຄົມ ຂອງ ກະຊວງລະບຸວ່າ: ຄຳສັ່ງຫ້າມນີ້ ມີຜົນບັງຄັບໃຊ້ນັບແຕ່ ວັນທີ 28 ກໍລະກົດ ເປັນຕົ້ນໄປ , ໂດຍ ຄວບຄຸມ ເຂດປອດພາສີ ພາຍໃນປະເທດ ແລະ ບງຄັບໃຊ້ກັບ ເຂົ້າທຸກປະເພດ ລວມເຖິງ ເຂົ້າກ້ອງ, ເຂົ້າຂາວ ແລະ ເຂົ້າເມັດຫັກ. ບໍລິສັດທີ່ຕ້ອງການ ສົ່ງອອກເຂົ້າ ຫລື ສົ່ງເຂົ້າກັບ ຫລື ສົ່ງເຂົ້າກັບໄປ ນອກປະເທດ  ຈະຕ້ອງຂໍ ໃບອະນຸຍາດ ສົ່ງອອກ ຈາກ ກະຊວງ ໂດຍຄຳສັ່ງນີ້ ຈະຂະຫຍາຍ  ເວລາອອກໄປ ໂດຍອັດຕະໂນມັດ ຍົກເວັ້ນວ່າ ຈະມີມະຕິ ຍົກເລິກ ການບັງຄັບໃຊ້.ທັ້ງນີ້ ຄຳສັ່ງຫ້າມ ດັ່ງກ່າວ ມີຂຶ້ນ ຫລັງຈາກ ເມື່ອອາທິດກ່ອນ ລັດຖະບານ ອິນເດຍ ມີມະຕິ ຢຸດຕິການສົ່ງອອກເຂົ້າ ທີ່ບໍ່ແມ່ນເຂົ້າ ບາສມາຕິ ເນື່ອງຈາກ ລາຄາເຂົ້າ ທີ່ສູງຂຶ້ນ ຂອງ ຕະຫລາດ ພາຍໃນ ປະເທດ ແລະ ຄວາມເສຍຫາຍຂອງ ຜົນຜະລິດ ຢ່າງມີໄນສຳຄັນ ອັນເກີດຈາກ ລະດູມໍລະສຸມ ຝົນຕົກໜັກ ໃນທ້າຍລະດູ. ຂະນະທີ່ ສະຫະນະຄອນ ເອເມເຣັດອາຣັບ ເປັນປະເທດ ນໍາເຂົ້າອາຫານ ທີ່ຈຳເປັນ ເກືອບ 90%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments