Tuesday, October 15, 2024
Homeຂ່າວຕ່າງປະເທດກອງປະຊຸມອະນຸພາກພື້ນລຸ່ມແມ່ນໍ້າຂອງ ປະຈຳປີ 2023 ຈັດຂຶ້ນ ຢູ່ ສປຈີນ

ກອງປະຊຸມອະນຸພາກພື້ນລຸ່ມແມ່ນໍ້າຂອງ ປະຈຳປີ 2023 ຈັດຂຶ້ນ ຢູ່ ສປຈີນ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 30 ກໍລະກົດ, ກອງປະຊຸມ ອະນຸພາກພື້ນ ລຸ່ມແມ່ນໍ້າຂອງ ປະຈຳປີ 2023 ພາຍໃຕ້ຫົວຂໍ້ “ຊຸກຍູ້ ການປ່ຽນແປງ ຂອງ ອະນຸພາກພື້ນ ລຸ່ມແມ່ນໍ້າຂອງ” ໄດ້ຈັດຂຶ້ນ ຢູ່ ນະຄອນຄຸນຫມິງ ແຂວງ ວິ໋ນໜານ (ຢູນນານ) ທາງພາກຕາເວັນຕົກ ສຽງໃຕ້ ຂອງ ຈີນ, ໂດຍມີ ຄະນະຜູ້ແທນ ຈາກ ຈີນ, ໄທ, ມຽນມາ, ລາວ,  ກຳປູເຈຍ, ຫວຽດນາມ ແລະ ອົງການ ລະຫວ່າງ ປະເທດ ເຂົ້າຮ່ວມ ຫລາຍກວ່າ 200 ຄົນ.

ໂດຍ ທ່ານ ສຸຣິຢັນ ວິຈິດຕະ ເລກການ ຜູ້ອຳນວຍການ ບໍລິຫານ ສະຖາບັນ ຄວາມຮ່ວມມື ເພື່ອພັດທະນາ ເສດຖະກິດ ລຸ່ມແມ່ນໍ້າຂອງ (MI) ກ່າວຄຳປາໄສ ໃນພິທີເປີດກອງປະຊຸມວ່າ: ສະພາບ ແວດລ້ອມ ຂອງ ອະນຸພາກພື້ນ ລຸ່ມແມ່ນໍ້າຂອງ (GMS) ນັ້ນ ໄດ້ມີ ການປ່ຽນແປງ ແລະ ມີຜົນວັດ ຢ່າງຕໍ່ເນື່ອງ.

ສະນັ້ນ ປະເທດຕ່າງໆ ຄວນເພີ່ມທະວີີ ຮ່ວມມືກັນ ເພື່ອຍົກລະດັບ ການປ່ຽນແປງ ແລະ ການຈະເລີນເຕີບໂຕ ຂອງ ອະນຸພາກພື້ນ. ຄຽງຄູ່ກັນນັ້ນ ຍັງມີ ກອງປະຊຸມ ຄູ່ຂະຫນານ ຈຳນວນ 3 ລາຍການ ໄດ້ແກ່: ກຳລັງການຜະລິດ ທາງດ້ານກະສິກຳ ແລະ ການເຂົ້າເຖິງ ຕະຫລາດ ການຄ້າ ແລະ ໂລຈິສະຕິກ , ພະລັງງານ ສະອາດ ແລະ ການປ່ຽນແປງ ຂອງ ສະພາບ ພູມອາກາດ. ໂດຍມີ ຜູ້ເຂົ້າຮ່ວມງານ ສາມາດ ສະແດງ ຄວາມເຫັນ ກ່ຽວກັບ ແນວທາງ ການສົ່ງເສີມ ການພັດທະນາ ແບບຍືນຍົງ ແລະ ການສ້າງ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນ ໃນອະນຸພາກພື້ນ ລຸ່ມແມ່ນໍ້າຂອງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments