Friday, October 18, 2024
Homeຂ່າວພາຍໃນທນບ ຈະສະໜອງສິນເຊື່ອເຂົ້າເປົ້າໝາຍໃຫ້ໄດ້ 339 ຕື້ກີບ

ທນບ ຈະສະໜອງສິນເຊື່ອເຂົ້າເປົ້າໝາຍໃຫ້ໄດ້ 339 ຕື້ກີບ

ທະນາຄານນະໂຍບາຍ (ທນບ) ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ລະຫວ່າງວັນທີ 27-28 ກໍລະກົດຜ່ານມາ ທີ່ສະຖາບັນການທະນາຄານ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ວິສອນ ໄຊສົງຄາມ ຜູ້ອຳນວຍການທະນາຄານນະໂຍບາຍ; ມີຄະນະອຳນວຍການ, ຄະນະພະແນກ, ຄະນະສາຂາ ແລະ ຂະແໜງການ ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນ ທ້າຍປີ 2023; ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການສະໜອງສິນເຊື່ອ ການແກ້ໄຂໜີ້ ແລະ ທິດທາງແຜນການໃນຕໍ່ ໜ້າ; ຜ່ານຮ່າງນິຕິກຳວຽກງານສິນເຊື່ອ ເປັນຕົ້ນ: ນະໂຍບາຍສິນເຊື່ອ, ຄູ່ມືການໃຫ້ສິນເຊື່ອລາຍກຸ່ມ, ບຸກຄົນ-ນິຕິບຸກຄົນ; ບົດລາຍງານວຽກງານການບັນຊີ ແລະ ການໃຫ້ບໍລິການໃນຕໍ່ໜ້າຂອງ ທນບ ແລະ ບັນຫາອື່ນໆ ທີ່ຕິດພັນໃນ 6 ເດືອນຕົ້ນປີ 2023 ທນບ ໄດ້ປ່ອຍສິນເຊື່ອທັງໝົດ 186,10 ຕື້ກີບ ກວມເອົາ 17 ແຂວງ 1 ນະຄອນຫຼວງ, 70 ເມືອງ, 246 ບ້ານ, 297 ກຸ່ມ, 1.080 ຄອບຄົວ, ລາຍບຸກຄົນ 125 ລາຍ ຊຶ່ງໄດ້ປ່ອຍ ໃນເມືອງເປົ້າໝາຍ 120,70 ຕື້ກີບ ເທົ່າກັບ 64%, ຈຸດສຸມລັດຖະບານ-ທ້ອງຖິ່ນ 27,23 ຕື້ກີບ ເທົ່າກັບ 14,6%, ບ້ານ 3 ສ້າງ 38,17 ຕື້ກີບ ເທົ່າກັບ 20% ຂອງຈຳນວນປ່ອຍທັງໝົດ. ໃນໄລຍະດຽວກັນນັ້ນ; ໄດ້ມີການປ່ອຍສິນເຊື່ອ ເຂົ້າໃນເປົ້າໝາຍປູກຝັງ 83,61 ຕື້ກີບ ກວມ 45% ເປົ້າໝາຍລ້ຽງສັດ 93,60 ຕື້ກີບ ກວມ 50% ເປົ້າໝາຍຫັດຖະກຳ 2,80 ຕື້ກີບ ກວມ 1,50%, ເປົ້າໝາຍອຸດສາຫະກໍາ-ປຸງແຕ່ງ 1,09 ຕື້ກີບ ກວມ 0,59%, ເປົ້າໝາຍບໍລິການ 5 ຕື້ກີບກວມ 2,69%. ນີ້ເປັນການສະໜອງສິນເຊື່ອ ຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) 49 ຕື້ກີບ.

ໃນ 6 ເດືອນ ຕົ້ນປີ 2023 ທນບ ຈະສືບຕໍ່ປ່ອຍສິນເຊື່ອ ໃຫ້ໄດ້ຕາມແຜນການ 339,71 ຕື້ກີບ ໃນນີ້: ໄລຍະສັ້ນ 16,42 ຕື້ກີບ, ໄລຍະກາງ 93,24 ຕື້ກີບ, ໄລຍະຍາວ 230,05 ຕື້ກີບ; ສືບຕໍ່ຊຸກຍູ້, ຕິດຕາມການນຳໃຊ້ເງິນກູ້ ເພື່ອສ້າງໃຫ້ໄດ້ໂຄງການພົ້ນເດັ່ນ ແລະ ຄອບຄົວຕົວແບບໃນການນຳໃຊ້ເງິນກູ້ຂອງ ທນບ; ສືບຕໍ່ສະໜອງສິນເຊື່ອ ຜ່ານ ອກສກ ໃຫ້ມີທ່າອ່ຽງເພີ່ມຂຶ້ນ; ກະກຽມຂຶ້ນແຜນສິນເຊື່ອ ປະຈຳປີ 2023 ເພີ່ມຕື່ມ;

ສືບຕໍ່ແກ້ໄຂໃນການຂຶ້ນແຜນສິນເຊື່ອໃຫ້ຊັດເຈນ ຕ້ອງອີງໃສ່ທ່າແຮງ, ຄວາມອາດສາມາດຂອງຄອບຄົວເປັນພຶື້ນຖານ ເພື່ອກຳນົດໂຄງການຜະລິດທີ່ເປັນເປົ້າໝາຍ ແລະ ວົງເງິນໃຫ້ກູ້ໃນແຕ່ລະຄອບຄົວ; ສືບຕໍ່ສະຫຼຸບຜົນການຈັດຕັ້ງກວດກາຍອດສິນເຊື່ອໃນທົ່ວລະບົບທັງໝົດໃຫ້ສຳເລັດໂດຍໄວ; ຄົ້ນຄວ້າປັບປຸງກົນໄກການຄຸ້ມຄອງບໍລິຫານສິນເຊື່ອ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ; ສືບຕໍ່ພົວພັນ, ປະສານສົມທົບອຳນາດການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນຕ່າງໆໃຫ້ເລິກຊິ່ງ ຊ່ວຍໃນການໂຄສະນາໃຫ້ປະຊາຊົນເຂົ້າໃຈໜ້າທີ່, ພາລະບົດບາດຂອງ ທນບ ແລະ ໃຫ້ຄວາມຮ່ວມມື.

ຂ່າວ: ດວງສັດຈະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments