Saturday, October 19, 2024
Homeຂ່າວໜ້າໜຶ່ງກະ​ຊວງ​ກະ​ສິ​ກໍ​າ ແລະ ປ່າ​ໄມ້ ທົບທວນໂຄງການຮ່ວມມື ລາວ-ຮົງກາຣີ ໄລຍະ 3

ກະ​ຊວງ​ກະ​ສິ​ກໍ​າ ແລະ ປ່າ​ໄມ້ ທົບທວນໂຄງການຮ່ວມມື ລາວ-ຮົງກາຣີ ໄລຍະ 3

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມທົບທວນຄັ້ງສຸດທ້າຍ ສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງ ດ້ານກະສິກໍາ (ໂຄງການຮ່ວມມື ລາວ-ຮົງກາຣີ ໄລຍະ 3) ຂຶ້ນໃນລະຫວ່າງ ວັນທີ 27-28 ກໍລະກົດ ນີ້ ທີ່ໂຮງແຮມຄຣາວພຣາຊາ ພາຍໃຕ້ການເປັນປະທານຂອງທ່ານ ເພັດ ພົມພິພັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງ​ປະ​ຊຸມຄັ້ງ​ນີ້ ເພື່ອທົບທວນຄັ້ງສຸດທ້າຍໃນການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງດ້ານກະ​ສິກໍາ (ໂຄງການຮ່ວມມື ລາວ-ຮົງກາຣີ) ພາຍໃຕ້ຂອບສັນຍາເງິນກູ້ຢືມແບບມີເງື່ອນໄຂ, ໄລຍະ 3 ຊຶ່ງຮ່ວມກັນຈັດຕັ້ງປະຕິບັດໂຄງການໂດຍ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ສປ​ປ ລາວ ແລະ ບໍ​ລິ​ສັດ ວິ​ຕາ​ຟອດ ອາ​ໂກ​ຣ​ເອ​ເຊຍຂອງຮົງກາຣີ.

ທ່ານ ເພັດ ພົມ​ພິ​ພັກ ກ່າວ​ວ່າ: ສ ຮົງກາຣີ ໄດ້ຊ່ວຍເຫຼືອ ສປປ ລາວ 3 ໄລ​ຍະ​ຄື: ໂຄງການພັດທະນາການລ້ຽງສັດ ແລະ ປາ ລາວ-ຮົງກາຣີ ໄລຍະ 1 ທີ່ມີມູນຄ່າ 8,6 ລ້ານໂດລາ ແລະ ໂຄງການລ້ຽງສັດ ແລະ ປາ ລາວ-ຮົງກາຣີ ໄລຍະ 2 ທີ່ມີມູນຄ່າ 30 ລ້ານໂດລາ ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວນັ້ນແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃຫ້ແກ່ການພັດທະນາລະບົບການຜະລິດ, ການປຸງແຕ່ງ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານອາຫານ ລວມທັງການຍົກລະດັບຄຸນນະພາບ ແລະ ມາດຕະຖານສິນຄ້າ ພືດ, ສັດ ແລະ ສັດນໍ້າຂອງ ສປປ ລາວ ໄດ້ໃນລະດັບໜຶ່ງ.

ສ່ວນໂຄງການໄລຍະທີ 3 ຊຶ່ງມີມູນຄ່າ 35 ລ້ານໂດລາ, ໂຄງການທີ່ໄດ້ຂະຫຍາຍໄປສູ່ 7 ແຂວງ ໃນພາກກາງ ແລະ ພາກເໜືອຂອງ ສ​ປ​ປ ລາວ ແລະ ເປັນໂຄງການ ທີ່ມີກິດຈະກຳຢ່າງຮອບດ້ານທີ່ມີເຖິງ 8 ອົງປະກອບ ເຊັ່ນ: (1). ການປັບປຸງລະບົບການຄຸ້ມຄອງດິນເພື່ອຮັກສາລະບົບນິເວດຂອງດິນ; (2). ການພັດທະນາລະບົບຟາມປູກພືດ; (3). ການປັບປຸງການຄຸ້ມຄອງ ແລະ ນໍາໃຊ້ນໍ້າ; (4). ການພັດທະນາການລ້ຽງງົວ; (5). ການພັດທະນາການລ້ຽງສັດນໍ້າ, (6). ການນໍາໃຊ້ເຕັກໂນໂລ​ຊີ ຫຼັງເກັບກ່ຽວ; (7). ສືບຕໍ່ປັບປຸງລະບົບການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ (ການພັດທະນາຊັບພະຍາກອນມະນຸດຊຶ່ງໃນແຕ່ລະອົງປະກອບ ລ້ວນແຕ່ມີຄວາມສຳຄັນຫຼາຍຕໍ່ການພັດທະນາກະສິກຳ ໂດຍສະເພາະແມ່ນໃນໄລຍະໃໝ່ ກໍຄືການຜັນຂະຫຍາຍວາລະແຫ່ງຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ໂດຍສະເພາະແມ່ນການຊຸກຍູ້ສົົ່ງເສີມການຜະລິດກະສິກໍາເປັນສິນຄ້າທົດແທນການນໍາເຂົ້າເພື່ອຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ ແລະ ຊຸກຍູ້ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບທີ່ແຂງແຮງ.

ເພື່ອຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບແນວທາງການພັດທະນາໃນໄລຍະໃໝ່, ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກໍ​າ ແລະ ປ່າ​ໄມ້ ກ່າວ​ເນັ້ນ​ວ່າ: ໃຫ້ຄະນະຈັດຕັ້ງປະຕິບັດໂຄງການທັງຝ່າຍລາວ ແລະ ຮົງກາຣີກວດກາ ແລະ ປະເມີນຜົນບັນດາກິດຈະກຳຕ່າງໆທີ່ໄດ້ວາງໄວ້, ອັນໃດທີ່ສຳເລັດແລ້ວໃຫ້ສືບຕໍ່ປົກປັກຮັກສາ ຄຸ້ມຄອງໃຫ້ດີ ເພື່ອໃຫ້ມີຄວາມຍືນຍົງ, ສາມາດດໍາເນີນວຽກງານດັ່ງກ່າວໄດ້ຢ່າງຕໍ່ເນື່ອງ; ໃຫ້ທົບທວນຄືນບັນດາກິດຈະກຳຕ່າງໆທີ່ໄດ້ວາງແຜນໄວ້ເບື້ອງຕົ້ນ ອັນໃດທີ່ຍັງບໍ່ທັນໄດ້ສຳເລັດກໍໃຫ້ຮີບຮ້ອນສຸມໃສ່ໜ້າວຽກດັ່ງກ່າວໃຫ້ສຳເລັດ ແລະ ທ່ວງທັນກັບເວລາທີ່ກຳນົດໄວ້; ໃຫ້ສຸມໃສ່ການສ້າງຕົວແບບການຖ່າຍທອດເຕັກໂນໂລຊີທີ່ທັນສະໄໝເຂົ້າສູ່ຂະບວນການຜະລິດ, ປຸງແຕ່ງ, ຈໍລະຈອນແຈກຢາຍ ແລະ ຈຳໜ່າຍທີ່ມີຄຸນນະພາບ, ມີຈຸດສຸມ ແລະ ຍືນຍົງກວ່າເກົ່າ, ຫັນເອົາການຜະລິດ ແລະ ປຸງແຕ່ງ ຕ້ອງຕິດພັນກັບການພັດທະນາຕະຫຼາດ, ການຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ສູງຂຶ້ນ.

ຂ່າວ-ພາບ: ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments