Sunday, October 20, 2024
Homeຂ່າວຕ່າງປະເທດລັດຖະບານເຢຍລະມັນ ອະນຸມັດຍຸດທະສາດການຜະລິດໄຮໂດເຈນຂຽວ

ລັດຖະບານເຢຍລະມັນ ອະນຸມັດຍຸດທະສາດການຜະລິດໄຮໂດເຈນຂຽວ

ສຳນັກຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 26 ກໍລະກົດ ຜ່ານມານີ້, ຄະນະລັດຖະບານ ເຢຍລະມັນ ໄດ້ອະນຸມັດຍຸດທະສາດ ໄຮໂດເຈນ ທີ່ໄດ້ຮັບການປັບປຸງ ຊຶ່ງລວມມີຄໍາແນະນໍາສໍາລັບການຜະລິດໄຮໂດເຈນ ແລະ ແຜນການໂຄງສ້າງພື້ນຖານການຂົນສົ່ງ, ຍ້ອນວ່າເອີຣົບ ໄດ້ກໍານົດເປົ້າໝາຍໃນການປ່ອຍກາກບອນຕ່ຳ ໃນປີ 2045.

ຂ່າວລະບຸວ່າ: ໃນຍຸດທະສາດໃໝ່, ລັດຖະບານ ເຢຍລະມັນ ໄດ້ຍົກຄາດໝາຍກຳລັງການຜະລິດໄຟຟ້າທັງໝົດໃນປີ 2030 ຂຶ້ນຢ່າງໜ້ອຍ 10 ກິກາວັດ (GW) ຈາກ 5 GW ໃນເມື່ອກ່ອນ. ຍຸດທະສາດນີ້ເຮັດໃຫ້ຄວາມຕ້ອງການ ໄຮໄດເຈນ ຂອງ ເຢຍລະມັນ ຢູ່ທີ່ 95 ຫາ 130 ເທລະວັດ-ໂມງ (TWH) ໃນປີ 2030. ໃນນັ້ນປະມານ 50-70% ຈະໄດ້ມີການນໍາເຂົ້າ.

ອີງຕາມລັດຖະບານເຢຍລະມັນ, ມີພຽງແຕ່ ໄຮໂດເຈນ ທີ່ຜະລິດຈາກແຫຼ່ງພະລັງງານທົດແທນ (ໄຮໂດເຈນຂຽວ) ທີ່ມີຄວາມຍືນຍົງໃນໄລຍະຍາວ. ດັ່ງນັ້ນ, ມັນເປັນໜ້າທີ່ຂອງລັດຖະບານທີ່ຈະນໍາໃຊ້ໄຮໂດເຈນຂຽວ ເພື່ອສະໜັບສະໜູນຕະຫຼາດໄຮໂດເຈນທີ່ເຕີບໂຕຢ່າງໄວວາ ແລະ ສ້າງລະບົບຕ່ອງໂສ້ມູນຄ່າທີ່ເໝາະສົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments