Monday, October 21, 2024
Homeຂ່າວໜ້າໜຶ່ງປະທານປະເທດ ຢ້ຽມຢາມ-ຊຸກຍູ້ການຜະລິດ ຢູ່ ນວ

ປະທານປະເທດ ຢ້ຽມຢາມ-ຊຸກຍູ້ການຜະລິດ ຢູ່ ນວ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຈິດປັນຍາຟາມ ຕັ້ງຢູ່ບ້ານໜອງພູວຽງ ເມືອງປາກງື່ມ ນະຄອນຫລວງວຽງຈັນ(ນວ) ໂດຍການຕ້ອນຂອງທ່ານ ອານຸ ພາບ ຕຸນາລົມ ເລຂາຄະນະພັກ ນວ, ປະທານສະພາປະຊາຊົນ ນວ, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ພ້ອມດ້ວຍການນໍາ ນວ, ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິລະຈິດ ຈິດປັນຍາ ອໍານວຍການຈິດປັນຍາຟາມ ໄດ້ລາຍງານໃຫ້ຮູ້ວ່າ: ຟາມຂອງຕົນ ມີເນື້ອທີ່ທັງໝົດ 27 ເຮັກຕາ; ໃນນັ້ນ, ປູກຫຍ້າປະດັບ 5 ເຮັກຕາ, ປູກຫຍ້າລ້ຽງງົວ 12 ເຮັດຕາ, ປູກໄມ້ກິນໝາກ 10 ໄລ່, ສ່ວນທີ່ເຫລືອແມ່ນຄອກງົວ ທີ່ຢູ່ອາໄສ, ສາງ, ໂຮງງານປະສົມອາຫານ ຫົນທາງ ແລະ ໜອງເກັບນໍ້າ. ຈຸດເລີ່ມຕັ້ນໄດ້ເຮັດກະສິກຳປູກຫຍ້າປະດັບແຕ່ປີ 2015 ມາຮອດທ້າຍປີ 2019 ໄດ້ບຸກເບີກເຮັດຟາມງົວ ແລະ ໄດ້ເລີ່ມລ້ຽງງົວໃນກາງປີ 2020 ເປັນຕົ້ນມາ; ປັດຈຸບັນໃນຟາມມີງົວ 264 ໂຕ, ເປັນງົວແມ່ລາດ 45 ໂຕ, ງົວແມ່ປະສົມພັນບຣາມັນ 145 ໂຕ, ງົວແມ່ບຣາມັນເລືອດ 7 ໂຕ, ງົວພໍ່ພັນບຣາມັນ 3 ໂຕ ແລະ ລູກງົວຈໍານວນໜຶ່ງ. ນອກນັ້ນ ໃນຟາມມີຄອກງົວມາດຕະຖານ 2 ໂຮງເຮືອນ ທີ່ສາມາດບັນຈຸແມ່ພັນໄດ້ 150 ໂຕຕໍ່ໂຮງເຮືອນ. ການປະສົມພັນງົວໃຊ້ 2 ວິທີ ຄື:ປະສົມໂຕໂດຍໃຊ້ພໍ່ພັນຄຸມຝູງ ແລະ ປະສົມທຽມ ໂດຍໄດ້ນໍາເຂົ້ານໍ້າເຊື້ອພໍ່ພັນຈາກຕ່າງປະເທດ, ໃນຟາມໄດ້ນໍາໃຊ້ຫຍ້າ, ຂີ້ເບຍ, ເຟືອງແຫ້ງ ແລະ ອາຫານຂຸ້ນຈໍານວນໜຶ່ງ ເປັນອາຫານສໍາລັບງົວ. ນອກນັ້ນ, ໄດ້ປູກຫຍ້າ 2 ປະ ເພດ ຄື: ຫຍ້າແພງໂກລາ ແລະ ຫຍ້າເນເປຍ.

ໃນຕໍ່ໜ້າ ຈິດປັນຍາຟາມຈະສຸມໃສ່ການລົງທຶນເພີ່ມ ແລະ ເພີ່ມຈໍານວນງົວ, ເພີ່ມພື້ນທີ່ປູກຫຍ້າ, ລົງທຶນໃສ່ໂຮງເຮືອນເປົ້າໝາຍ ຈະໃຫ້ມີງົວແມ່ພັນ 500 ໂຕ ໃນທ້າຍປີ 2024 ແລະ ມີ 5.000 ໂຕ ໃນປີ 2029. ສຳລັບໃນປີ 2023 ຟາມຈະສາມາດຜະລິດລູກງົວໄດ້ 135 ໂຕ ຈຶ່ງໄດ້ຖືໂອກາດນີ້ສະເໜີຂັ້ນເທິງໃຫ້ພິຈາລະນາກ່ຽວກັບຂໍ້ຫຍຸ້ງຍາກ ໂດຍສະເພາະ ຂີ້ເບຍທີ່ນໍາມາເປັນວັດຖຸດິບໃນການປຸງແຕ່ງເປັນອາຫານສັດ ເຊິ່ງມີຄວາມຕ້ອງການເປັນຈໍານວນຫລາຍ ແລະ ບັນຫາ ຄ່າໄຟທີ່ມີລາຄາສູງ ແລະ ບັນຫາອື່ນໆຈໍານວນໜຶ່ງ.

ໂອກາດນີ້, ປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມຂອງເຈົ້າຂອງຟາມ, ທັງມີຫົວຄິດປະດິດສ້າງໃນການຕັດສິນໃຈລ້ຽງສັດໃຫ້ເປັນສິນຄ້າ, ພ້ອມທັງໄດ້ຊີ້ນໍາໃຫ້ຟາມຂະຫຍາຍເນື້ອ ທີ່ປູກຫຍ້າອອກຕື່ມ ສິ່ງສໍາຄັນຕ້ອງຮ່ວມມືກັບປະຊາຊົນ ແລະ ພະແນກກະສິກຳ ແລະ ປ່າໄມ້ ນວ ເພື່ອປູກຫຍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງສັດ. ສ່ວນຂໍ້ສະເໜີທີ່ທາງຟາມສະເໜີນັ້ນ ໄດ້ມອບໃຫ້ຂະແໜງ ການ ກໍຄືພາກສ່ວນກ່ຽວຂ້ອງນໍາໄປປຶກສາຫາລື ແລະ ຊອກຫາວິທີແກ້ໄຂຊ່ວຍຕື່ມ.

ນອກຈາກນີ້, ປະທານປະເທດ ໄດ້ສືບຕໍ່ຢ້ຽມຢາມການປູກສາລີເປັນສິນຄ້າ ຂອງປະຊາຊົນບ້ານ ໂນນຊາຍ ໂດຍມີການໝູນວຽນສັບປ່ຽນໄປຕາມລະດູການ ເຊັ່ນ: ປູກສາລີ, ປູກໃບຢາສູບ ແລະ ມັນເພົາ; ຢ້ຽມຢາມສະຖານທີ່ທ່ອງທ່ຽວນໍ້າປ່ຽນຢໍລະປ່າ ບ້ານຊຽງແລທ່າ ເມືອງປາກງື່ມ; ຢ້ຽມຢາມໂຮງງານຜະລິດເຫລັກ ວີເຄເຄ ບ້ານໂພຄໍາ ແລະ ບໍລິສັດ ຜະລິດທໍ່ນໍ້າລາວ ບ້ານນາແຄ ເມືອງໄຊທານີ ຕື່ມອີກ.

ຂ່າວ-ພາບ: ວຽງຈັນໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments