Wednesday, October 23, 2024
Homeຂ່າວຕ່າງປະເທດCMG ລົງນາມໃນຂອບສັນຍາວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

CMG ລົງນາມໃນຂອບສັນຍາວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຂ່າວສານຊີອາໄອລາຍງານ ໃນວັນທີ 24 ກໍລະກົດ ຜ່ານມານີ້, ພິທີລົງນາມໃນຂອບສັນຍາວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ວິທະຍຸໂທລະພາບສູນກາງຈີນ (CMG) ກັບກົມອຸດສາຫະກໍາວິທະຍາສາດເຕັກໂນໂລຊີປ້ອງກັນປະເທດແຫ່ງຊາດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.

ອີງຕາມສັນຍາສະບັບດັ່ງກ່າວ, ທັງສອງຝ່າຍຈະດໍາເນີນການຮ່ວມມືຢ່າງເລິກເຊິ່ງໃນດ້ານການໂຄສະນາເຜີຍແຜ່ຂ່າວສານ, ຊັບສິນດີຈີຕອນ, ລາຍການດີເດັ່ນ, ການຜະລິດຮູບເງົາ ແລະ ລາຍການໂທລະພາບ, ການຄົ້ນຄວ້າຫົວຂໍ້ ແລະ ອື່ນໆ ເພື່ອຮ່ວມກັນສ້າງລາຍການກໍຄືກິດຈະກໍາດີເດັ່ນທີ່ມີຫົວຂໍ້ທີ່ກ່ຽວພັນກັບອຸດສາຫະກໍາການທະຫານ, ເຜີຍແຜ່ຄວາມຮູ້ດ້ານອຸດສາຫະກໍາການທະຫານກໍຄືດໍາເນີນການສຶກສາອົບຮົມດ້ານການປ້ອງກັນປະເທດ. ນອກຈາກນີ້, ທັງສອງຝ່າຍຍັງຈະເສີມຂະຫຍາຍທ່າແຮງຢ່າງເຕັມທີ່ໃນດ້ານເຕັກນິກ, ຊັບພະຍາກອນ, ບຸກຄະລາກອນ, ການປະດິດສ້າງທາງດ້ານວິທະຍາສາດ ແລະເຕັກໂນໂລຊີ, ເພີ່ມທະວີການນໍາໃຊ້ເຕັກນິກ “5G+4K/8K+AI” ແລະ ການຄວບຄຸມທາງໄກຜ່ານດາວທຽມ ເພື່ອເພີ່ມທະວີການຄົ້ນຫາກໍຄືການປະພຶດໃນຂົງເຂດເຕັກນິກຮູບພາບ ແລະ ວິດີໂອທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ວີອາ (VR) ເປັນຕົ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments