Wednesday, October 23, 2024
Homeຂ່າວຕ່າງປະເທດ6 ເດືອນຕົ້ນປີ ການສົ່ງອອກຂອງກຳປູເຈຍສູ່ປະເທດ RCEP ຂະຫາຍຕົວ 24%

6 ເດືອນຕົ້ນປີ ການສົ່ງອອກຂອງກຳປູເຈຍສູ່ປະເທດ RCEP ຂະຫາຍຕົວ 24%

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ກະຊວງການຄ້າຂອງກຳປູເຈຍໄດ້ເປີດເຜີຍບົດລາຍງານການສົ່ງອອກຈາກກຳປູເຈຍໄປຍັງກຸ່ມປະເທດສະມາຊິກຂໍ້ຕົກລົງຫຸ້ນສ່ວນທາງດ້ານເສດຖະກິດລະດັບພາກພື້ນ (RCEP) ໃນໄລຍະ 6 ເດືອນຕົ້ນປີ 2023 ລວມ 4,07 ພັນລ້ານໂດລາ ເພີ່ມຂຶ້ນ 24% ຈາກ 3,28 ພັນລ້ານໂດລາ ໃນໄລຍະເວລາດຽວກັນຂອງປີຜ່ານມາ.

ບົດລາຍງານລະບຸວ່າ: ຈຸດໝາຍການສົ່ງອອກ 3 ອັນດັບທຳອິດຂອງກຳປູເຈຍພາຍໃຕ້ຂໍ້ຕົກລົງ RCEP ໃນໄລຍະ 6 ເດືອນທຳອິດຂອງປີ 2023 ໄດ້ແກ່ ຫວຽດນາມ, ຈີນ ແລະ ຍີ່ປຸ່ນ ໂດຍມູນຄ່າການສົ່ງອອກສິນຄ້າໄປຍັງຫວຽດນາມສູງເກືອບ 1,43 ພັນລ້ານໂດລາ ເພີ່ມຂຶ້ນ 22%, ໄປຍັງຈີນ 713 ລ້ານໂດລາ ເພີ່ມຂຶ້ນ 17% ແລະ ໄປຍັງຍີ່ປຸ່ນ 545 ລ້ານໂດລາ ເພີ່ມຂຶ້ນ 1%. ທ່ານ ເພັນ ໂສວິຊິດ ຮອງລັດຖະມົນຕີ ແລະ ໂຄສົກກະຊວງການຄ້າຂອງກຳປູເຈຍກ່າວວ່າ: ຂໍ້ຕົກລົງ RCEP ຖືວ່າເປັນແຮງຂັບເຄື່ອນການເຕີບໂຕດ້ານການສົ່ງອອກທີ່ສຳຄັນຂອງກຳປູເຈຍໃນຍຸກຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ທ່ານກ່າວຕື່ມວ່າ: ການເຕີບໂຕດັ່ງກ່າວສະທ້ອນໃຫ້ເຫັນວ່າ ປະເທດສະມາຊິກຂໍ້ຕົກລົງ RCEP ເປັນຕະຫຼາດທີ່ມີສັກກະຍະພາບສຳລັບສິນຄ້າທີ່ຜະລິດໃນກຳປູເຈຍ ໂດຍການສົ່ງອອກຈາກກຳປູເຈຍໄປຍັງປະເທດສະມາຊິກຂໍ້ຕົກລົງ RCEP ຈະຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງຕະຫຼອດໄລຍະ 6 ເດືອນທ້າຍປີນີ້ ຊຶ່ງເປັນຜົນມາຈາກສິດທິພິເສດທາງດ້ານພາສີອາກອນພາຍໃຕ້ຂໍ້ຕົກລົງ RCEP ທີ່ກາຍເປັນແມ່ເຫຼັກດຶງດູດການລົງທຶນໂດຍກົງຈາກຕ່າງປະເທດມາຍັງກຳປູເຈຍ.

ທ່ານ ເພັນ ໂສວິຊິດ ກ່າວຕື່ມວ່າ: ຂໍ້ຕົກລົງ RCEP ຊຶ່ງເປັນຂໍ້ຕົກລົງການຄ້າເສລີຂະໜາດໃຫຍ່ທີ່ສຸດໃນໂລກບວກກັບຂໍ້ຕົກລົງການຄ້າເສລີທະວິພາຄີສະບັບອື່ນໆຈະຊ່ວຍໃຫ້ກຳປູເຈຍຫຼຸດພົ້ນຈາກປະເທດພັດທະນານ້ອຍທີ່ສຸດພາຍໃນປີ 2027 ແລະ ບັນລຸເປົ້າໝາຍການເປັນປະເທດທີ່ມີລາຍໄດ້ປານກາງລະດັບສູງໃນປີ 2030 ກ່ອນກາຍເປັນປະເທດທີ່ມີລາຍໄດ້ສູງພາຍໃນປີ 2050.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments