Sunday, October 20, 2024
Homeຂ່າວພາຍໃນຮ່ວມໄວ້ອາໄລເຖິງທະຫານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ

ຮ່ວມໄວ້ອາໄລເຖິງທະຫານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີໄວ້ອາໄລ ເຖິງນັກຮົບຫວຽດນາມ ຜູ້ທີ່ເສຍສະຫລະຊີວິດໃນປາງສົງຄາມ ຈັດຂຶ້ນເມື່ອບໍ່ດົນຜ່ານມ ທີ່ວັດພຣະບາດໃຕ້ ນະຄອນຫລວງພະບາງ ໂດຍມີ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກຂວງຫລວງພະບາງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຫລວງພະບາງ, ທ່ານ ນາງ ກ້ຽວ ທິຮັງ ຟຸກ ຫົວໜ້າກົງສຸນໃຫຍ່ ສສ ຫວຽດ ນາມ ປະຈໍາພາກເໜືອ, ພະອາຈານ ທິກເບິດກວາງ ປະທານອົງການ ພຸດທະສາສະໜາ ຫວຽດນາມ ປະຈຳລາວ, ພະອາຈານ ທິກແທັງເຟືອງ ເຈົ້າອະທິການວັດພະພຸດທະບາດ ແຂວງຫລວງພະບາງ, ມີບັນດາການນຳພະແນກການຂອງແຂວງ, ປກສ-ປກຊ, ຕາງໜ້າສະມາຄົມຊາວຫວຽດນາມ ແຂວງຫລວງພະບາງ, ສະມາຄົມນັກທຸລະກິດຫວຽດນາມ ພາກເໜືອຂອງລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ກ້ຽວ ທິຮັງ ຟຸກ ໄດ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງ 76 ປີແຫ່ງວັນນັກຮົບເສຍສະຫລະຊີວິດເພື່ອຊາດ ຫວຽດນາມ (27/7/1947- 27/7/2023) ກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳຢູ່ຫລວງພະບາງ ຮ່ວມກັບ ສະມາຄົມຊາວຫວຽດນາມ ແຂວງຫລວງພະບາງ, ສະມາຄົມນັກທຸລະກິດກິດຫວຽດນາມ ຢູ່ພາກເໜືອລາວ, ສຳນັກງານຜູ້ຕາງໜ້າຫວຽດນາມ ຢູ່ແຂວງຫລວງພະບາງ ໄດ້ຈັດຕັ້ງພິທີໄວ້ອາໄລ ໃຫ້ແກ່ດວງວິນຍານຂອງວິລະຊົນຫວຽດນາມ ແລະ ລາວ ຜູ້ເສຍສະຫລະຊີວິດເພື່ອຊາດ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ເພື່ອໜ້າທີ່ອັນສູງສົ່ງ. ເຖິງແມ່ນວ່າ ສົງຄາມໄດ້ຜ່ານໄປກວ່າເຄິ່ງສັດຕະວັດແລ້ວ, ແຕ່ຍັງໂສກເສົ້າເສຍໃຈຕໍ່ການສູນເສຍ ແລະ ການເສຍສະລະຂອງຊາວ ຫວຽດນາມ ທີ່ເຄີຍດໍາລົງຊີວິດຢູ່ທີ່ນີ້.

ໃນເມື່ອກ່ອນ, ອ້າຍນ້ອງໄດ້ອຳລາພໍ່, ແມ່, ເມຍ, ລູກ, ອ້າຍເອື້ອຍນ້ອງ, ເພື່ອນບ້ານ, ບ້ານເກີດເມືອງນອນ ມາສູ່ສະໜາມຮົບຢູ່ລາວ, ພ້ອມກັບກອງທັບ ແລະ ປະຊາຊົນລາວ ຕໍ່ສູ້ຢ່າງກ້າຫານ, ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມລໍາບາກ ແລະ ອັນຕະລາຍ, ເດັດດ່ຽວຕໍ່ສູ້ເພື່ອອຸດົມການປະຕິວັດ ແລະ ພາລະກິດອັນສູງສົ່ງ; ອ້າຍນ້ອງຍາມໃດກໍຢືນຄຽງບ່າຄຽງໄລ່, ແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມລໍາບາກດ້ວຍກັນ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍແບ່ງປັນກັນກິນ”, ແບ່ງປັນນໍ້າໃຈໃຫ້ກອງທັບ ແລະ ປະຊາ ຊົນລາວ ຕໍ່ສູ້ສັດຕູດ້ວຍເລືອດເນື້ອຂອງທະຫານ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຊ່ຽວຊານອາສາສະໝັກດ້ວຍເລືອດເນື້ອຂອງທະຫານ ແລະ ປະຊາຊົນລາວ, ອັນເຮັດໃຫ້ມີທຸງຊາດປະຕິວັດສີແດງ ໄດ້ກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົນຮອດທຸກວັນນີ້.

ມາຮອດປັດຈຸບັນ, ທະຫານເສຍສະຫລະຊີວິດນັບພັນຄົນ ໄດ້ຖືກນຳກັບຄືນໄປຝັງຢູ່ບ້ານເກີດຂອງຫວຽດນາມ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ເສຍຊີວິດຫລາຍຄົນ ທີ່ຍັງບໍ່ທັນໄດ້ພົບເຫັນອັດຖິຂອງເຂົາເຈົ້າ ເນື່ອງຈາກການຊອກຄົ້ນຫານັບມື້ນັບຫຍຸ້ງຍາກ, ຂຸມຝັງສົບຫລາຍບ່ອນແມ່ນຕັ້ງຢູ່ໃນເຂດຫ່າງໄກສອກຫລີກ ແລະ ໂດດດ່ຽວ ໂດຍສະເພາະເຂດອັນຕະລາຍ, ພູມສັນຖານມີການປ່ຽນແປງໄປຕາມການເວລາ.

ຂ່າວ: ເພັດສາຄອນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments