Saturday, October 19, 2024
Homeຂ່າວພາຍໃນຮອງປະທານປະເທດ ຢ້ຽມຊົມກາເຟຄຸນນະພາບ ເມືອງເລົ່າງາມ

ຮອງປະທານປະເທດ ຢ້ຽມຊົມກາເຟຄຸນນະພາບ ເມືອງເລົ່າງາມ

ໂອກາດ ຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ໃນວັນທີ 24 ກໍລະກົດ ຜ່ານມາ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມພໍ່ແມ່ປະຊາຊົນບ້ານໜອງຈົວ ເມືອງເລົ່າງາມ ເພື່ອຢ້ຽມຊົມການຜະລິດກາເຟຄຸນນະພາບ ໂດຍການນຳພາຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂອງແຂວງ ແລະ ໄດ້ຮັບການຕ້ອນຮັບຈາກ ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ພ້ອມດ້ວຍການນຳຂອງເມືອງ, ບ້ານ ແລະ ປະຊາຊົນບ້ານໜອງຈົວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ນາຍບ້ານໆໜອງຈົວ ກ່ຽວກັບທຳການຜະລິດ, ການປູກພຶດອຸດສາຫະກຳ ໂດຍສະເພາະແມ່ນການປູກກາເຟ ຖືເປັນອາຊີບຫລັກຂອງປະຊາຊົນ ພາຍໃນບ້ານ ມີທັງໝົດ 316 ຄອບຄົວ ເຊິ່ງທັງໝົດນັ້ນ ແມ່ນໄດ້ຢຶດຖືອາຊີບການປູກກາເຟ ມາຢ່າງຍາວນານ ແລະ ເປັນທ່າແຮງທີ່ສໍາຄັນ ໃນການສ້າງເສດຖະກິດຄອບຄົວ, ເສດຖະກິດບ້ານ ກໍຄື ການແກ້ໄຂຄວາມທຸກຍາກ, ພາຍໃນບ້ານມີເນື້ອທີ່ທຳການຜະລິດທັງໝົດ 1.313 ເຮັກຕາ, ເນື້ອທີ່ປູກກາເຟ 1.101 ເຮັກຕາ. ໃນນັ້ນ, ປູກກາເຟກາງ 450 ເຮັກຕາ, ກາເຟນ້ອຍ 651 ເຮັກຕາ, ສະມັດຕະພາບສະເລ່ຍ 4 ໂຕນຕໍ່ເຮັກຕາ ຫລື ກາເຟກາງ 3-5 ໂຕນຕໍ່ເຮັກຕາ, ການເຟນ້ອຍ 5-7 ໂຕນຕໍ່ເຮັກຕາ, ສະເລ່ຍແຕ່ລະປີຂອງຜົນຜະລິດທັງໝົດພາຍໃນບ້ານ 4.000 ກວ່າໂຕນຕໍ່ປີ ຫລື ເປັນໝາກຊອມ ປະມານ 700 ກວ່າໂຕນຕໍ່ປີ, ສະເລ່ຍລາຍຮັບປະມານ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ. ນອກຈາກນັ້ນ, ແຕ່ລະຄອບຄົວ ຍັງໄດ້ເຂົ້າເປັນສະມາຊິກກຸ່ມຜະລິດກາເຟ ທີ່ເປັນໝໍ່ແໜ່ງຜະລິດເປັນສິນຄ້າ 2 ກຸ່ມຄື: ກຸ່ມຜະລິດກາເຟຄຸນນະພາບປອດສານພິດ ຫລື ອໍແກນນິກ (CPC) ມີ 38 ຄອບຄົວ ແລະ ກຸ່ມຜະລິດກາເຟສະອາດ (GAP) ມີ 25 ຄອບຄົວ ທີ່ເປັນກຸ່ມຊຸກຍູ້, ສົ່ງເສີມການປູກກາເຟ, ທາງດ້ານບົດຮຽນ, ເຕັກນິກ, ວິຊາການ ແລະ ການເກັບຊື້ໝາກກາເຟ, ການສະໜອງແຫລ່ງທຶນຕ່າງໆ ເຮັດໃຫ້ຂະບວນການປູກກາເຟ ກາຍເປັນເສດຖະກິດຫລັກຂອງບ້ານ, ຍືນຍົງ ແລະ ຍາວນານ ອີກດ້ວຍ.

ຈາກນັ້ນ, ທ່ານຮອງປະທານປະທານ ກໍໄດ້ສະແດງຄວາມຢື້ຢາມຖາມຂ່າວຕໍ່ກັບພໍ່ແມ່ປະຊາຊົນ ແລະ ຍ້ອງຍໍຕໍ່ກັບຜົນສຳເລັດຂອງແຕ່ລະຄອບຄົວ ກໍຄື ບ້ານ ທີ່ໄດ້ຫັນເອົາແນວທາງນະໂຍບາຍຂອງພັກຂອງລັດ ຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢູ່ຂັ້ນຮາກຖານ, ເປັນການຊອກຄົ້ນທ່າແຮງທີ່ສຳຄັນຂອງບ້ານ ກາຍເປັນອາຊີບມູນເຊື້ອຂອງປະຊາຊົນຢ່າງແທ້ຈິງ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງແຂວງ, ເມືອງ ແລະ ບ້ານ ເອົາໃຈໃສ່ ຊຸກຍູ້, ສົ່ງເສີມຕິດຕາມຢ່າງໃກ້ຊິດ, ສ້າງໃຫ້ມີຕົວແບບຫລາຍຂຶ້ນ, ສ້າງເງື່ອນໄຂທີ່ຈະເພີ່ມມູນຄ່າການຜະລິດໃຫ້ຫລາຍກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນ ມີລາຍຮັບໝັ້ນຄົງ ແລະ ມີອາຊີບທີ່ຖາວອນ, ມີການຫັນປ່ຽນຈາກການຜະລິດໃນຮູບແບບເດີມ ສູ່ການຜະລິດທີ່ມີວິທະຍາສາດ, ທັນສະໄໝ, ນັບມື້ນັບຂະຫຍາຍຕົວ, ມີປະສິດທິພາບສູງກວ່າເກົ່າ.

ຫລັງຈາກນັ້ນ, ກໍຢ້ຽມຊົມເບີ່ງສວນກາເຟ ທີ່ນຳໃຊ້ບົດຮຽນ ແລະ ເຕັກນິກໃໝ່ໆເຂົ້າໃສ່ການຜະລິດ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments