Saturday, October 19, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 27 ກໍລະກົດ 2023

ສະພາບອາກາດ ວັນທີ 27 ກໍລະກົດ 2023

ສະພາບອາກາດ ປະຈໍາວັນທີ 27 ກໍລະກົດ 2023 ຮ່ອງຄວາມກົດດັນອາກາດຕໍ່າຍັງພາດຜ່ານຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມພາກກາງ ລົງຫາພາກໃຕ້, ຊື່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ລົງຫາ ພາກໃຕ້ຕື່ມອີກ.

ສໍາລັບ ນະຄອນຫລວງວຽງຈັນ ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 27-35 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments