Saturday, October 19, 2024
Homeຂ່າວຕ່າງປະເທດຜັກ-ໝາກໄມ້ ແລະ ເຂົ້າສານຫວຽດນາມ ສືບຕໍ່ເພີ່ມຂຶ້ນໃນຊຸມເດືອນທ້າຍປີ

ຜັກ-ໝາກໄມ້ ແລະ ເຂົ້າສານຫວຽດນາມ ສືບຕໍ່ເພີ່ມຂຶ້ນໃນຊຸມເດືອນທ້າຍປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດ ນາມ ໃຫ້ຮູ້ວ່າ: ຍ້ອນການຍາດແຍ່ງໂອກາດໃນການສົ່ງອອກໄປສູ່ຕະຫຼາດຈີນ ແລະ ຕະຫຼາດອື່ນໆ ໄດ້ເປັນຢ່າງດີ, ການສົ່ງອອກເຂົ້າສານ ແລະ ຜັກ-ໝາກໄມ້ ຂອງ ຫວຽດນາມ ໃນຊຸມເດືອນທ້າຍປີຈະສືບຕໍ່ມີການເພີ່ມຂຶ້ນ.

ຂ່າວລະບຸວ່າ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຄາດວ່າ: ຜະລິດຕະພັນກະເສດບາງຊະນິດທີ່ສົ່ງອອກສືບຕໍ່ຮັກສາທ່າເຕີບໂຕໃນ 6 ເດືອນທ້າຍປີ 2023. ໃນນັ້ນ, ຜັກ-ໝາກໄມ້ ແມ່ນຜະລິດຕະພັນກະເສດປະເພດສົ່ງອອກຫຼັກ, ຖັດຈາກນັ້ນແມ່ນ ເຂົ້າສານ, ກາເຟ.

ກ່ຽວກັບການສົ່ງອອກເຂົ້າສານ, ຂະແໜງນີ້ຍັງມີການເຕີບໂຕຢ່າງຕັ້ງໜ້າ ຍ້ອນປະລິມານການຜະລິດເຂົ້າສານຢູ່ຫຼາຍປະເທດອາຊີ ມີຄວາມສ່ຽງຫຼຸດລົງຍ້ອນຜົນກະທົບຈາກ El Nino, ສິ່ງນີ້ໄດ້ຊຸກຍູ້ຄວາມຕ້ອງການ ກໍຄືເພີ່ມມູນຄ່າເຂົ້າສານໃນຕະຫຼາດສາກົນ. ຜ່ານ 6 ເດືອນຕົ້ນປີ, ຫວຽດນາມ ໄດ້ສົ່ງອອກເຂົ້າສານເກືອບ 4,3 ລ້ານໂຕນ, ບັນລຸ 2,3 ຕື້ໂດລາ, ປະລິມານເພີ່ມຂຶ້ນ 22,2% ແລະ ມູນຄ່າເພີ່ມຂຶ້ນ 34,7%, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments