Saturday, October 19, 2024
Homeຂ່າວຕ່າງປະເທດຈີນ ຈະຊຸກຍູ້ການສ້າງລະບົບຈໍລະຈອນການຄ້າສິນຄ້າຢູ່ຊົນນະບົດ

ຈີນ ຈະຊຸກຍູ້ການສ້າງລະບົບຈໍລະຈອນການຄ້າສິນຄ້າຢູ່ຊົນນະບົດ

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ທ່ານ ຫຼີຊ່າວ ຮອງຫົວໜ້າອົງການເສດຖະກິດການຄ້າຂອງຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ມີຫົວຂໍ້ສະເພາະວ່າ: ລັດຖະບານຈີນຈະອອກແຮງໃນ 4 ດ້ານຄື: ສຸມໃສ່ການເປີດກວ້າງຊ່ອງທາງຈຳໜ່າຍ, ຍົກລະດັບສິ່ງກໍ່ສ້າງດ້ານການຄ້າສິນຄ້າໃຫ້ສູງຂຶ້ນ, ປັບປຸງການບໍລິການດ້ານການຈໍລະຈອນສິນຄ້າໃຫ້ດີຂຶ້ນ ແລະ ໃຫ້ຫົວໜ່ວຍທຸລະກິດເຕີບໃຫຍ່ຂະຫຍາຍຕົວ ເພື່ອຊຸກຍູ້ການສ້າງລະບົບຈໍລະຈອນການຄ້າສິນຄ້າຢູ່ຊົນນະບົດ.

ລັດຖະບານຈະສົ່ງເສີມໃຫ້ບ່ອນທີ່ມີເງື່ອນໄຂນຳໃຊ້ງົບປະມານກ່ຽວກັບການເຄື່ອນໄຫວດ້ານການສ້າງການຄ້າຢູ່ໃນຂັ້ນເມືອງ ແລະ ອື່ນໆໃຫ້ດີ, ປົວແປງ ແລະ ຍົກລະດັບເຄືອຂ່າຍການບໍລິການ ແລະ ຈຳ ໜ່າຍເຄື່ອງໄຟຟ້າຢູ່ຂັ້ນເມືອງ ແລະ ຕາແສງ, ເປີດຮ້ານວາງສະແດງ ແລະ ສຳຜັດຕົວຈິງກັບເຄື່ອງໄຟຟ້າອັດສະລິຍະຢູ່ຂັ້ນເມືອງ ແລະ ຕາແສງຢ່າງສົມເຫດສົມຜົນ, ຈັດກິດຈະກຳການວາງສະແດງຢູ່ຊົນນະບົດ ເພື່ອໃຫ້ຜູ້ບໍລິໂພກຮັບຮູ້ ແລະ ຊົມໃຊ້ຜະລິດຕະພັນຫຼາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments