Saturday, October 19, 2024
Homeຂ່າວການເມືອງກະຊວງການຕ່າງປະເທດ ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I

ກະຊວງການຕ່າງປະເທດ ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I

ພິທີປິດ ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ໄລຍະ 3 ເດືອນ ໃຫ້ແກ່ສະມາຊິກພັກ, ພະນັກງານຫລັກແຫລ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2023, ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງ ທ່ານ ຕິ່ງ ສຸກສັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະ ທ່ານ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີບັນດາຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.

ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ, ຫົວໜ້າຄະນະຮັບຜິດຊອບຊຸດຮຽນ ໄດ້ຕີລາຄາຢ່າງຮອບດ້ານ ທັງດ້ານຫລັກສູດການຮຽນ-ການສອນ ເຊິ່ງລວມມີ 10 ພາກວິຊາຄື: ພາກວິຊາປັດຊະຍາ; ພາກວິຊາເສດຖະສາດການເມືອງ; ພາກວິຊາສັງຄົມສາດ; ພາກວິຊາບໍລິຫານສາດ; ພາກວິຊາເຕັກນິກບໍລິຫານ; ທິດສະດີລັດ ແລະ ກົດໝາຍ; ພາກວິຊາການເມືອງວິທະຍາ; ພາກວິຊາແນວຄິດ ໄກສອນ ພົມວິຫານ; ພາກວິຊາປະຫວັດສາດພັກ ແລະ ພາກວິຊາກໍ່ສ້າງພັກ. ແຕ່ລະພາກວິຊາໄດ້ເຊີນເອົາ ຄູ-ອາຈານ ຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ມາຂຶ້ນຫ້ອງບັນຍາຍ ເຊິ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີບົດຮຽນ, ປະສົບການໃນການສິດສອນມາຫລາຍປີ, ມີວຸດທິການສຶກສາລະດັບສາດສະດາຈານ, ຮອງສາດສະດາຈານ, ປະລິນຍາເອກ, ປະລິນຍາໂທຈາກສາຂາວິທະຍາສາດຕ່າງໆ. ນອກນັ້ນ, ຍັງໄດ້ຮັບກຽດສູງຈາກຄະນະພັກ-ຄະນະນໍາ ຂອງສະຖາບັນການເມືອງ ແລະ ປົກຄອງແຫ່ງຊາດ ມາຂຶ້ນຫ້ອງປາຖະກະຖາບັນຍາຍພິເສດ ໃຫ້ຜູ້ເຂົ້າຮຽນໄດ້ເຂົ້າໃຈຈະແຈ້ງ ແລະ ເລິກເຊິ່ງກວ່າເກົ່າ ກ່ຽວກັບບັນດາຫລັກມູນພື້ນຖານຂອງທິດສະດີມາກ-ເລນິນ ກໍຄືແນວທາງຂອງພັກໃນໄລຍະໃໝ່ ລວມທັງກຳແໜ້ນແນວທາງການປ່ຽນແປງໃໝ່ ຮອບດ້ານ ຢ່າງມີຫລັກການຂອງພັກເຮົາ ແລະ ກໍາແໜ້ນຕື່ມ ກ່ຽວກັບບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ຕໍ່ກົນໄກເສດຖະກິດຕະຫລາດ, ນະໂຍບາຍສັງຄົມ, ເຫັນໄດ້ຈຸດໝາຍກ້າວຂຶ້ນສູ່ສັງຄົມນິຍົມ ເທື່ອລະກ້າວຂອງພັກເຮົາ, ເຫັນໄດ້ຢ່າງຈະແຈ້ງຕໍ່ກົນອຸບາຍຂອງສັດຕູ ແລະ ອິດທິກໍາລັງປໍລະປັກ ທີ່ຢາກຫັນປ່ຽນພວກເຮົາໂດຍສັນຕິ, ເຮັດໃຫ້ຜູ້ເຂົ້າຮຽນໄດ້ມີໂອກາດ ໄດ້ປັບປຸງການເບິ່ງບັນຫາຢ່າງພາວະວິໄສ ແລະມີວິທະຍາສາດ, ມີທັດສະນະຫລັກໝັ້ນ ແລະ ມີວິໄສທັດ ຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ.

ນອກຈາກຄົ້ນຄວ້າຮ່ຳຮຽນທິດສະດີ ແລະ ພຶດຕິກໍາຕົວຈິງແລ້ວ, ຜູ້ເຂົ້າຮຽນ ຍັງໄດ້ເຄື່ອນໄຫວກິດຈະກໍານອກຫລັກສູດ ເຊັ່ນ: ຢ້ຽມຢາມພິພິທະພັນ ປະທານ ໄກສອນ ພົມວິຫານ, ຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອຮັບຟັງກ່ຽວກັບປະຫວັດຄວາມເປັນມາ, ພາລະບົດ ບາດ ແລະ ໂຄງການຫລັກສູດຕ່າງໆ, ພ້ອມທັງລົງຮາກຖານທັດສະນະສຶກສາ ເພື່ອເກັບກໍາຂໍ້ມູນ ທີ່ ເມືອງສັງທອງ ເພື່ອຮັບຟັງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຢ່າງສັງເຂບ ໂດຍປີ່ນອ້ອມທຸກບັນຫາທີ່ເມືອງກຳລັງສຸມໃສ່. ນອກນັ້ນ, ຍັງໄດ້ສ້າງຂະບວນການ, ເຄື່ອນໄຫວກິດຈະກໍາ ເພື່ອຄໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ.

ໂອກາດດຽວກັນ, ທ່ານ ຕິ່ງ ສຸກສັນ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ຜູ້ເຂົ້າຮຽນນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງຕົນ ເພື່ອເຮັດໃຫ້ໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ ມີຜົນສຳເລັດຢ່າງສູງ, ທັງໃຫ້ເອົາໃຈໃສ່ຄົ້ນຄວ້າ ຮໍ່າຮຽນທິດສະດີມາກ-ເລນິນ, ບັນດາເອກະສານການເມືອງ ທີ່ສຳຄັນ, ມະຕິຄຳສັ່ງຕ່າງໆ ທີ່ພັກ-ລັດ ວາງອອກຢ່າງສະໝໍ່າສະເໝີ ເພື່ອນຳມາປັບປຸງ ຍົກລະດັບການເມືອງແນວຄິດຂອງຕົນ ໃຫ້ມີຄວາມໜັກແໜ້ນກວ່າເກົ່າ ຈົນກາຍເປັນພະນັກງານ ທີ່ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ ແລະ ເຊື່ອໝັ້ນ ຕໍ່ອຸດົມການຂອງພັກ, ທັງເປັນຜູ້ທີ່ອຸດົມໄປດ້ວຍຄຸນທາດການເມືອງອັນສູງສົ່ງ ແລະ ມີວິໄສທັດອັນກວ້າງໄກ ຕໍ່ບັນຫາຕ່າງໆຢ່າງຈະແຈ້ງ ແລະ ຊັດເຈນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments