Sunday, October 20, 2024
Homeຂ່າວພາຍໃນເຜີຍແຜ່ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ

ເຜີຍແຜ່ຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ກັບບັນດາທະນາຄານທຸລະກິດ ຂຶ້ນໃວັນທີ 21 ກໍລະກົດ ຜ່ານມາ ທີ່ ທຫລ, ເຜີຍແຜ່ໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: ໃນການເຜີຍແຜ່ຄຳສັ່ງທ່ານນາຍົກລັດຖະມົນ ຕີວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ.

ເພື່ອເປັນການຈັດຕັ້ງປະຕິບັດ ຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ໃຫ້ເຂັ້ມງວດ ໂດຍສະເພາະການຄອບຄອງ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ການບໍລິການ, ລາຍຮັບຂອງຜູ້ອອກແຮງງານ, ການລົງທຶນໂດຍກົງຂອງຕ່າງປະເທດຢູ່ລາວ, ການລາຍງາຍກ່ຽວກັບເງິນຝາກຢູ່ຕ່າງປະ ເທດ ແລະ ການບໍລິການແລກປ່ຽນເງິນຕາ.

ຄຳສັ່ງສະບັບດັ່ງກ່າວ ແນໃສ່ຈັດຕັ້ງປະຕິດບັດວຽກງານ ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບຫຼາຍຂຶ້ນ, ແກ້ໄຂບັນຫາອັດຕາແລກປ່ຽນ, ເງິນເຟີ້ ແລະ ເສດຖະກິດ ຊຶ່ງບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດການເປັນຢູ່ຂອງ ພໍ່ – ແມ່ປະຊາຊົນ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດ ຈະຕ້ອງພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ດີຂຶ້ນໂດຍໄວ ເພື່ອເຮັດແນວໃດໃຫ້ລະບົບທະນາຄານມີກຳລັງແຮງໃນການດັດສົມເງິນຕາ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການໄດ້ຢ່າງພຽງພໍ ຈະສາມາດແກ້ໄຂບັນຫາອັດຕາແລກປ່ຽນ, ເງິນເຟີ້ ກັບຄືນສູ່ສະພາບປົກກະຕິ.

ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາ ຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນ ຕາຕ່າງປະເທດ ສະບັບເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ຊຶ່ງເນື້ອໃນຄຳສັ່ງດັ່ງກ່າວ ໄດ້ກຳນົດການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຊຶ່ງການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ມອບໃຫ້ທະນາຄານແຫ່ງ ສປປ ລາວ ອອກນິຕິກຳກ່ຽວກັບການຄອບຄອງເງິນຕາຕ່າງປະເທດ ໃນຮູບແບບເງິນຝາກ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດ ລະດົມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລຳເນົາຢູ່ ສປປ ລາວ ໃຫ້ນໍາເງິນຕາຕ່າງປະເທດ ຝາກໄວ້ນຳທະນາ ຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ເພື່ອຮັບປະກັນຄວາມປອດໄພ ແລະ ສອດຄ່ອງກັບກົດໝາຍ; ບຸກຄົນ, ນິຕິບຸກຄົນສາມາດຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດ ຕາມຈຳນວນທີ່ທະນາຄານແຫ່ງ ສປປ ລາວ ກໍານົດໃນແຕ່ລະໄລຍະ; ກໍລະນີບຸກຄົນ, ນິຕິບຸກ ຄົນ ທີ່ຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດເກີນຈຳນວນທີ່ກຳນົດ ແລະ ບໍ່ສາມາດຢັ້ງຢືນແຫຼ່ງທີ່ມາໄດ້ຢ່າງຊັດເຈນ ຖືວ່າເງິນດັ່ງກ່າວ ບໍ່ຖືກຕ້ອງຕາມກົດໝາຍ; ການນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແມ່ນມອບໃຫ້ ທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດ ໂດຍປັບປຸງລະບົບການຊຳລະພາຍໃນປະເທດ ໃນຮູບແບບເອເລັກໂຕນິກ ທີ່ເປັນເງິນຕາຕ່າງປະເທດໃຫ້ມີຂອບເຂດຈະແຈ້ງ, ມອບໃຫ້ກະຊວງການເງິນ ປະຕິບັດການເກັບລາຍຮັບ ແລະ ພັນທະງົບປະມານອື່ນໆ ເປັນເງິນກີບ, ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມ ແລະ ກວດກາ ການກຳນົດລາຄາ, ການຊຳລະ ແລະ ຮັບຊຳລະລວມທັງການຊື້-ຂາຍ, ຄ່າບໍລິການເປັນເງິນກີບ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຄຸ້ມຄອງການຊື້-ຂາຍສິດນຳໃຊ້ທີ່ດິນ, ສິ່ງປຸກສ້າງເປັນເງິນກີບ, ກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາການຮັບເໝົາກໍ່ສ້າງ, ຄ່າຂົນສົ່ງທາງບົກ, ທາງນຳ ແລະ ທາງອາກາດ ເປັນເງິນກີບ, ກະຊວງສຶກສາທິການ ແລະ ກິລາ ຕິດຕາມຄ່າບໍລິການດ້ານການສຶກສາຕ້ອງໃຊ້ເປັນເງິນກີບ, ນອກຈາກນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງຕິດຕາມການຄິດໄລ່ເງິນເດືອນ ຫຼື ຄ່າແຮງງານເປັນເງິນກີບ. ນອກຈາກນີ້, ຍັງມອບໃຫ້ກະຊວງອື່ນໆ ຈັດຕັ້ງປະຕິບັດໃນການຕິດຕາມ, ກວດກາວຽກງານທີ່ຕິດພັນກັບຂະແໜງການຕົນເອງ.

ຄຳສັ່ງສະບັບນີ້, ໄດ້ກຳນົດການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ; ການຕິດຕາມກະແສເງິນ ຕິດພັນກັບລາຍຮັບຂອງຜູ້ອອກແຮງ; ການຕິດຕາມກະແສເງິນ ຕິດພັນກັບການລົງທຶນໂດຍກົງຂອງຕ່າງປະເທດຢູ່ ສປປ ລາວ; ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ, ການບໍລິການແລກປ່ຽນເງິນຕາ ແລະ ອື່ນໆ.

ຂ່າວ: ກິດຕາ – ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments