Monday, October 21, 2024
Homeຂ່າວການເມືອງຄະນະຜູ້ແທນສະພາແຫ່ງຊາດລາວ ແລກປ່ຽນບົດຮຽນ ວຽກລັດຖະສະພາ ຢູ່ສະຫະລັດອາເມລິກາ

ຄະນະຜູ້ແທນສະພາແຫ່ງຊາດລາວ ແລກປ່ຽນບົດຮຽນ ວຽກລັດຖະສະພາ ຢູ່ສະຫະລັດອາເມລິກາ

ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ສັນຍາ ປຣະເສີດ ກຳ ມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ ພ້ອມຄະນະກຳມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກຳ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ຈຳນວນໜຶ່ງ ໄດ້ເດີນທາງໄປຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານລັດຖະສະພາ ກັບລັດຖະສະພາ ຂອງສະຫະລັດອາເມລິກາ ຢູ່ທີ່ນະຄອນຫລວງວໍຊິງຕັນ ດີຊີ, ສະຫະລັດອາເມລິກາ ໃນລະຫວ່າງວັນທີ 16-22 ກໍລະກົດ 2023 ຕາມການສະໜັບສະໜູນ ຂອງມູນນິທິອາຊີ.

ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ພົບປະເຮັດວຽກ ກັບ ທ່ານ ໂດໂນ ສ. ເບເຢີ ສະມາຊິກສະພາຜູ້ແທນປະຊາຊົນ ຂອງສະຫະລັດອາເມລິກາ ເຊິ່ງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ອາເມລິກາ ກໍຄື ລະຫວ່າງສອງອົງການນິຕິບັນຍັດ, ພ້ອມທັງໄດ້ແລກປ່ຽນຄຳເຫັນກ່ຽວກັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ. ໂອກາດນີ້, ທ່ານຫົວໜ້າຄະນະຜູ້ແທນ ສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ລັດຖະສະພາອາເມ ລິກາ ໂດຍຜ່ານທ່ານສະມາຊິກສະພາຜູ້ແທນປະຊາຊົນ ຊ່ວຍສະໜັບສະໜູນ, ເພີ່ມທະວີການຮ່ວມມື ແລະ ໃຫ້ການຊ່ວຍເຫລືອແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນການສ້າງຄວາມເຂັ້ມ ແຂງດ້ານວິຊາການ ແລະ ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລະຫວ່າງຊາດອາຊຽນ ຫລືໄອປາ ຄັ້ງທີ 45 ໃນປີ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ.

ພ້ອມກັນນີ້, ຄະນະຜູ້ແທນສະ ພາແຫ່ງຊາດລາວ ຍັງໄດ້ພົບປະເຮັດວຽກ ກັບທ່ານ ນາງ ລີຊາ ປີເຕີຊັນ ຮອງຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ພ້ອມບັນດາທີ່ປຶກສາພິເສດ ຈາກກົມປະຊາ ທິປະໄຕ, ສິດທິມະນຸດ ແລະ ແຮງງານ ຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໂດຍ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ການປະຕິບັດພະລະບົດບາດ, ການ ເຄື່ອນໄຫວວຽກງານ, ການຄົ້ນຄວ້າສ້າງກົດໝາຍ ແລະ ນະໂຍບາຍ ທີ່ກ່ຽວກັບສິດທິຂອງຄົນພິການ, ການຄົ້ນຄ້ວາຍົກລະດັບ ດຳລັດ ຂອງນາຍົກລັດຖະມົນຕີ ຂອງ ສປປ ລາວ ມາເປັນກົດໝາຍ ວ່າດ້ວຍສາດສະໜາ, ການຮ່ວມມືດ້ານການຊອກຫາສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ສປປ ລາວ, ການຮ່ວມມືດ້ານການປາບປາມຢາເສບຕິດ, ການຮ່ວມມືກ່ຽວກັບການເກັບກູ້ລະເບີດຝັງດິນບໍ່ທັນແຕກ, ການຊ່ວຍເຫລືອດ້ານການສົ່ງເສີມສິດທິຂອງຄົນພິການ ຂອງ ສປປ ລາວ ແລະ ບັນຫາອື່ນໆ.

ຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະແລກປ່ຽນບົດຮຽນ ກ່ຽວກັບວຽກງານລັດຖະສະພາ ກັບບັນດາຊ່ຽວຊານອາວຸໂສ, ນັກກົດໝາຍ ແລະ ທີ່ປຶກສາດ້ານວິຊາການ ຂອງສະພາສູງ, ສະພາຜູ້ແທນແຫ່ງລັດ, ສະຖາບັນຄົ້ນຄວ້າວຽກງານລັດຖະບານ ຂອງມະຫາວິທະຍາໄລຊອດເຊີທາວ, ບັນດາຊ່ຽວຊານ ຈາກຫ້ອງສະມຸດກົດໝາຍ ແລະ ສະຖາບັນຄົ້ນຄ້ວານິຕິບັນຍັດ ຂອງລັດຖະສະພາອາເມລິກາ ໂດຍຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງທັງສອງສະພາຂອງສະຫະລັດອາເມລິກາ (ສະພາຕໍ່າ ແລະ ສະພາສູງ).

ໃນວັນທີ 19 ກໍລະກົດ 2023, ຄະນະຜູ້ແທນໄດ້ໄປທັດສະນະສຶກສາ ແລະ ເຮັດວຽກຢູ່ລັດມາຣິແລນ, ການພົບປະຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດພາ ລະບົດບາດຂອງລັດຖະສະພາທ້ອງຖິ່ນ, ຂະບວນການສ້າງກົດໝາຍ, ນິຕິກຳ, ນະໂຍບາຍຕ່າງໆ, ການຈັດສັນງົບປະມານຂອງທ່ອງຖິ່ນ, ພາລະບົດບາດ ໃນການເຂົ້າຮ່ວມໃນການປົກປັກຮັກສາສິ່ງແວດ ລ້ອມ, ການພົບປະກັບຜູ້ມີສິດເລືອກຕັ້ງ, ການສົ່ງເສີມ ແລະ ສ້າງເງື່ອນໄຂສະພາບແວດລ້ອມໃນການຮັບຟັງເອົາຄໍາຄິດເຫັນຂອງປະຊົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ນອກ ຈາກນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມຕຶກອາຄານລັດຖະສະພາ(Capitol Hill), ຕຶກສະພາສູງ, ຕຶກລັດຖະສະພາລັດມາຣິແລນ, ໂຮງຮຽນທະຫານເຮືອ, ບັນດາຫໍພິພິຕະພັນຈໍານວນໜຶ່ງ ຊຶ່ງເປັນສະຖານທີ່ທ່ອງທ່ຽວອັນລືຊື່ ແລະ ຍອດນິຍົມຢູ່ນະຄອນ ຫລວງວໍຊິງຕັນ ດີຊີ ແລະ ລັດມາຣິແລນ.

ໃນໂອກາດມາຢ້ຽມຢາມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ໃນຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະໂອ້ລົມກັບ ຄະນະນຳຂອງສະຖານເອກອັກຄະລັດຖະທູດ ແລະ ບັນດາພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ສະຫະລັດອາເມລິກາ ແລະ ການາດາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ເປັນກັນເອງ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ມູນລະນິທິອາຊີ ປະຈໍາ ສະຫະລັດອາເມລິກາ ແລະ ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments