Sunday, October 20, 2024
Homeຂ່າວຕ່າງປະເທດຣັດເຊຍ ຂະຫຍາຍເວລາຫ້າມນໍາເຂົ້າ-ສົ່ງອອກສິນຄ້າບາງສ່ວນ ເຖິງປີ 2025

ຣັດເຊຍ ຂະຫຍາຍເວລາຫ້າມນໍາເຂົ້າ-ສົ່ງອອກສິນຄ້າບາງສ່ວນ ເຖິງປີ 2025

ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ວັນທີ 22 ກໍລະກົດ ຜ່ານມານີ້, ເອກະສານທີ່ເຜີຍແພ່ເທິງເວັບໄຊ ກ່ຽວກັບຂໍ້ມູນທາງກົດໝາຍ ຂອງທາງການ ຣັດເຊຍ ລະບຸວ່າ:​ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ລົງນາມເອກະສານ ກົດກະຕິກາ ຂະຫຍາຍຄຳສັ່ງ ຫ້າມນໍາເຂົ້າ ແລະ ສົ່ງອອກ ສຳລັບວັດຖຸດີບ ແລະ ສິນຄ້າບາງລາຍການ ທີ່ໄດ້ລະບຸໄວ້ ກ່ອນໜ້ານີ້ ຈົນເຖິງ ປີ 2025.

ເອກະສານກົດກະຕິກາ ວ່າດ້ວຍການ ບັງຄັບໃຊ້ ‘’ມາດຕະການ ທາງເສດຖະກິດ ພິເສດໃນກິດຈະກຳ ທາງເສດຖະກິດ ຕ່າງປະເທດ ທີ່ມີເປົ້າໝາຍ ເພື່ອຮັບຮອງ ຄວາມໝັ້ນຄົງຂອງສະຫະພັນ ຣັດເຊຍ’’, ຊຶ່ງສະບັບເດີມ ທີ່ລົງນາມໂດຍ ທ່ານ ວາລາດີເມຍ ປູຕິນ ເມື່ອວັນທີ 8 ມີນາ ປີ 2022, ເຊິ່ງກ່ອນໜ້ານີ້, ກົດກະຕິກາດັ່ງກ່າວ ຈະມີຜົນບັງຄັບໃຊ້ ຈົນເຖິງວັນທີ 31 ທັນວາ ປີ 2023 ນີ້. ສໍາລັບການລົງນາມ ຄັ້ງສຸດທ້າຍ ໄດ້ຂະຫຍາຍ ໄລຍະເວລາອອກຕື່ມອີກ ຢ່າງເປັນທາງການ ຈົນເຖິງວັນທີ 31 ທັນວາ ປີ 2025.

ຊຶ່ງບັນຊີລາຍຊື່ ຜະລິດຕະພັນ ທີ່ໄດ້ຖືກລວບລວມ ໂດຍລັດຖະບານ ຣັດເຊຍ ປະກອບມີ: ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​, ອຸ​ປະ​ກອນ​ໂທລະ​ຄົມ,​ ອຸປະກອນ ການແພດ, ອຸປະກອນໄຟຟ້າ, ເຄື່ອງຈັກສໍາລັບການກະເສດ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments