Sunday, October 20, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງເອກອັກຄະລັດຖະທູດ 2 ປະເທດ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງເອກອັກຄະລັດຖະທູດ 2 ປະເທດ

ວັນທີ 21 ກໍລະກົດ 2023 ທີ່ກະຊວງປ້ອງກັນຄວາມສະຫງົບ ທ່ານ ພົນເອກ ວິໄລຫຼ້າ ຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ໃຫ້ ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ປີເຕີ ເຮມ໋ອນ ເອກ ອັກຄະລັດຖະທູດແຫ່ງສະຫະລັດອາ ເມລິກາ ປະຈຳ ສປປ ລາວ ພາຍຫຼັງສຳ ເລັດສິ້ນສຸດວາລະການປະຕິບັດໜ້າທີ່ທາງ ການທູດ ຢູ່ ສປປ ລາວ.

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ ຂອງທ່ານເອກອັກຄະລັດຖະທູດ ແຫ່ງສະ ຫະລັດອາເມລິກາ ປະຈຳ ສປປ ລາວ ຕະຫຼອດໄລຍະ 3 ປີຜ່ານມາ ໃນການ ປະຕິບັດໜ້າທີ່ການທູດ ໄດ້ປະກອບສ່ວນສຳຄັນເຂົ້າໃນການຊ່ວຍເຫຼືອດ້ານ ຕ່າງໆ ເປັນຕົ້ນແມ່ນການຝຶກອົບຮົມວຽກງານຕ້ານການຟອກເງິນ ບັນຫາອາຊະຍາກຳຂ້າມຊາດ ຕ້ານບັນຫາຢາເສບຕິດ ໂດຍຈັດຕັ້ງໂຄງການ ປູກພືດທົດແທນການປູກຝິ່ນ ພ້ອມທັງໄດ້ມີການມອບອຸປະກອນຮັບໃຊ້ ວຽກງານວິຊາສະເພາະໃຫ້ກະຊວງ ປກສ ຫຼັງສິ້ນສຸດພາລະກິດຢູ່ ສປປ ລາວ ແລ້ວກໍອວຍພອນໃຫ້ທ່ານທູດ ສ ອາເມລິກາ ຈົ່ງໄດ້ຮັບໜ້າທີ່ໃໝ່ຍິ່ງໃຫຍ່ ກວ່າເກົ່າ.

ໂອກາດດຽວກັນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍໄດ້ ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ມຽດ ທຽດ ອູ ເອກອັກຄະລັດຖະທູດແຫ່ງ ສາທາລະ ນະລັດ ສະຫະພາບມຽນມາ ປະຈຳ ສປປ ລາວ ຜູ້ໃໝ່ ໃນໂອກາດທີ່ທ່ານ ໄດ້ ມາເຄື່ອນໄຫວໜ້າທີ່ການທູດຢູ່ ສປປ ລາວ ໂດຍທ່ານໄດ້ສະແດງຄວາມ ຍິນດີຕ້ອນຮັບ ພ້ອມທັງເຊື່ອ ໝັ້ນວ່າການມາດໍາລົງຕຳແໜ່ງຂອງ ທ່ານ ມຽດ ທຽດ ອູ ຈະເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມ ມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ມຽນມາ ໃຫ້ມີ ບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

ພ້ອມດຽວກັນນີ້ ທ່ານເອກ ອັກຄະລັດຖະທູດສາທາລະນະລັດ ສະຫະພາບ ມຽນມາປະຈຳ ສປປ ລາວ ຜູ້ໃໝ່ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນ ເອກວິໄລ ຫຼ້າຄຳຟອງ ໃນການຕ້ອນຮັບອັນອົບອຸ່ນ ພ້ອມທັງກ່າວວ່າຈະ ສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງ 2 ປະເທດ ໂດຍ ສະເພາະ 2 ກະຊວງ ເປັນຕົ້ນແມ່ນຊຸກຍູ້ສົ່ງເສີມການປະຕິບັດວຽກງານ ຮ່ວມມືສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ, ຕ້ານບັນຫາການຄ້າມະນຸດ ຮ່ວມມືປົກປັກຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ ເພື່ອໃຫ້ປະຊາ ຊົນ 2 ຊາດ ດຳລົງຊີວິດຢ່າງສະຫງົບປອດໄພ.

………………………………………….

ພາບ-ຂ່າວເພ​ຈ ​ຄວາມສະຫງົບ Lao Security News

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments