Sunday, October 20, 2024
Homeຂ່າວພາຍໃນສອງກະຊວງຮ່ວມມືການຈັດຕັ້ງປະຕິບັດການເຊື່ອມຕໍ່ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຼນິກ

ສອງກະຊວງຮ່ວມມືການຈັດຕັ້ງປະຕິບັດການເຊື່ອມຕໍ່ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຼນິກ

ກະຊວງພາຍໃນ ແລະ ກະຊວງການຕ່າງປະເທດຈັດພິທີເຊັນສັນຍາຮ່ວມມືກ່ຽວກັບການຈັດຕັ້ງປະຕິບັດ ການເຊື່ອມຕໍ່ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຼນິກ ໃນວັນທີ 19 ກໍລະກົດ 2023 ຮ່ວມລົງນາມທ່ານນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ທ່ານ ສີພັນດອນ ອ້ອຍບົວບຸດດີ ຫົວໜ້າກົມກຸງສຸນ ກະຊວງການຕ່າງປະເທດ ມີທ່ານນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພະນັກງານ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໃນພິທີທ່ານນາງ ກົມມະລີ ວິລະພັນ ກ່າວວ່າ ການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກ່ຽວກັບການຈັດຕັ້ງປະຕິບັດການເຊື່ອມຕໍ່ລະບົບຄຸ້ມຄອງພົນລະເມືອງເອເລັກໂຕຼນິກຄັ້ງນີ້ແມ່ນການຮ່ວມມືກ່ຽວກັບການແລກປ່ຽນຂໍ້ມມູນບຸກຄົນ ຂໍ້ມູນການຈົດທະບຽນຂອງພົນລະເມືອງລະຫວ່າງລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກຂອງກະຊວງພາຍໃນ ແລະ ລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ກະຊວງການຕ່າງປະເທດ ເຊິ່ງວຽກງານຄຸ້ມຄອງພົນລະເມືອງເປັນວຽກງານທີ່ກ້ວາງຂວາງ ແລະ ພົວພັນກັບຫຼາຍຂະແໜງການຈຶ່ງມີຄວາມຈໍາເປັນຕ້ອງມີການພົວພັນ ແລະ ຮ່ວມມືກັນຂອງບັນດາຂະແໜງການເພື່ອເຮັດໃຫ້ຂໍ້ມູນສະຖິຕິມີຄວາມເປັນເອກະພາບ ຖືກຕ້ອງ ແລະ ສອດຄ່ອງກັນ ໃນໄລຍະຜ່ານມາກົມຄຸ້ມຄອງພົນລະເມືອງກໍໄດ້ເຊັນບົດບັນທຶກກັບຫຼາຍຂະແໜງການ ສະນັ້ນການຮ່ວມລະຫວ່າງສອງກະຊວງໃນຄັ້ງນີ້ຈະສ້າງຄວາມສະດວກ ແລະ ມີຄວາມສໍາຄັນຕໍ່ວຽກງານການອອກໜັງສືຜ່ານແດນໃຫ້ພົນລະເມືອງລາວ ແລະ ສາມາດໃຫ້ກົມກົງສຸນເຂົ້າເຖິງຖານຂໍ້ມູນພົນລະເມືອງໃນລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກເພືອກວດກາຄວາມຖືກຕ້ອງຂອງຂໍ້ມູນພົນລະເມືອງທີ່ມາຍືນຂໍນຳໃຊ້ໜັງສືຜ່ານແດນ.

ນອກຈາກນີ້ກະຊວງພາຍໃນກໍຄືກົມຄຸ້ມຄອງພົນລະເມືອງມີຄວາມພ້ອມ ແລະ ຍິນດີທີ່ຈະເຊັນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືກັບກົມກົງສູນກະຊວງການຕ່າງປະເທດ ແລະ ໃນຕໍ່ໜ້າກົມຄຸ້ມຄອງພົນລະເມືອງຍັງຈະໄດ້ສືບຕໍ່ເຊັນບົດບັນທຶກຄວາມເຂົ້າໃຈກັບກະຊວງສຶກທິການ ແລະ ກີລາ ກະຊວງຍຸຕິທຳ ສູນສະຖິຕິ ກະຊວງແຜນການ ແລະ ການລົງທຶນອີກດ້ວຍ

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments