ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX  ວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນ ປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ໄດ້ພ້ອມກັນປະກອບ ຄຳຄິດຄຳເຫັນໃສ່ຫລາຍບັນຫາ ໂດຍສະເພາະບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ອັດຕາເງິນຕ່າງປະເທດ ສູງຂຶ້ນເລື້ອຍໆ ເຊິ່ງ ສສຊ ຫລາຍ ທ່ານສະເໜີ ໃຫ້ລັດຖະບານ ເລັ່ງແກ້ໄຂບັນຫາດັ່ງກ່າວ ເພື່ອໃຫ້ກັບຄືນ ສູ່ສະພາບປົກກະຕິໂດຍໄວ.

 ທ່ານ ບຸນມີ ພິມມະສອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ສະເໜີໃຫ້ລັດຖະບານ ຄຸ້ມຄອງການ ແລກປ່ຽນ ເງິນຕາ ແລະ ຄຸ້ມຄອງບັນດາ ຮ້ານແລກປ່ຽນເງິນຕາຕ່າງໆ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງໃຫ້ຊອກຫາວິທີທາງ ດຶງເອົາເງິນຕາຕ່າງປະເທດ ທີ່ເຄື່ອນ ໄຫວຢູ່ນອກລະບົບ ໃຫ້ເຂົ້າສູ່ລະບົບ ທະນາຄານ ທັງນີ້, ກໍເພື່ອແກ້ໄຂບັນຫາ ອັດຕາເງິນເຟີ້ (ເງິນກີບອ່ອນຄ່າ) ເນື່ອງຈາກປັດຈຸບັນ ອັດຕາການແລກປ່ຽນອ່ອນຄ່າ ເກີນລະດັບດຸນຍະພາບ ເສດກິດ-ເງິນຕາ ທີ່ຄວນຈະເປັນ.

ພ້ອມດຽວກັນນັ້ນ, ຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ສະມາຊິກສະພາແຫ່ງຊາດ ຫລາຍທ່ານສະເໜີ ໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ພ້ອມທັງສືບຕໍ່ສົ່ງເສີມ, ສ້າງຄວາມເຂັ້ມແຂງ ການຜະລິດສິນຄ້າ ເພື່ອທົດແທນການນໍາເຂົ້າ, ຂະນະດຽວກັນ ຕ້ອງສົ່ງເສີມໃຫ້ຜະລິດສິນຄ້າ ເພື່ອການສົ່ງອອກຫລາຍຂຶ້ນ. ນອກຈາກນີ້, ຍັງສະເໜີໃຫ້ສ້າງຄວາມເຂັ້ມແຂງ ​ແກ່ບຸກຄະລາກອນຂັ້ນເມືອງ ໂດຍສະເພາະ ຂະແໜງການເງິນ ທີ່ຍັງຂາດເຂີນ, ພ້ອມພັດທະນາລະບົບການເງິນ ໃຫ້ສົມຄູ່ກັບ ການພັດທະນາລະບົບອື່ນໆ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

LEAVE A REPLY

Please enter your comment!
Please enter your name here