Saturday, October 19, 2024
Homeຂ່າວໜ້າໜຶ່ງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ

ວັນທີ 12 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 56 ແບບວົງແຄບ ໂດຍການເປັນປະທານຂອງ ທ່ານ ນາງ ເຣັດໂນ ມາຊູດີ, ລັດຖະມົນຕີຕ່າງປະເທດ ອິນໂດ ເນເຊຍ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ, ບັນດາວຽກ ງານພາຍໃຕ້ຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ໃນປີ 2023, ການຈັດຕັ້ງປະຕິບັດແນວຄວາມຄິດຂອງອາຊຽນກ່ຽວກັບ ອິນໂດ-ປາ ຊີຟິກ ແລະ ທິດທາງຕໍ່ໜ້າຂອງເວທີພາກພື້ນອາຊຽນ. ໃນນີ້, ບັນດາລັດຖະມົນຕີຕ່າງປະເທດ ໄດ້ຢໍ້າຄືນບົດບາດຄວາມເປັນແກນການຂອງອາຊຽນ ໃນເວທີພາກພື້ນອາຊຽນ ແນໃສ່ສົ່ງເສີມການປຶກສາຫາລື ແລະ ການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຮ່ວມພິທີລົງນາມເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຫຼື TAC ຂອງ ອາຣັບບີ ຊາອູດິດ, ຊຶ່ງເປັນປະເທດທີ 51 ເຂົ້າເປັນພາຄີຂອງ TAC.

ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ມີການພົບປະກັບ ເລຂາທິການໃຫຍ່ອາຊຽນ ເພື່ອປຶກສາຫາລື ກ່ຽວກັບ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດ ຕີມໍແລັດສະເຕ, ອົດສະຕຣາລີ, ນິວຊີແລນ, ລັດເຊຍ ແລະ ອິນເດຍ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍນໍາກັນ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments