Saturday, October 19, 2024
Homeຂ່າວໜ້າໜຶ່ງໄຂກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V

ໄຂກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະ ໄໝທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນ ເຊົ້າ ວັນທີ 12 ກໍລະກົດ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ (ຫສນຍ), ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ຊີ້ນຳກອງປະຊຸມຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາສະຫາຍກຳມະ ການສູນກາງພັກ, ລັດຖະມົນ ຕີປະຈຳ ສນຍ; ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ຜູ້ຕາງໜ້າຈາກ ຫ້ອງວ່າການສູນກາງພັກ; ບັນດາສະຫາຍ ຄະນະບໍລິຫານງານພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກສົມບູນ ທີ່ມີຕຳແໜ່ງຮອງຫົວໜ້າກົມຂຶ້ນໄປ ພາຍໃນອົງຄະນະພັກ ຫສນຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະດໍາເນີນໃນລະຫວ່າງວັນທີ 12-14 ກໍລະກົດ 2023 ເຊິ່ງມີ 3 ວາລະໃຫຍ່ ຄື: ວາລະທີ 1: ປະຊຸມທາບທາມຄວາມໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ວາລະທີ 2: ປະຊຸມເປີດກວ້າງຄົບຄະນະກາງສະໄໝ; ແລະ ວາລະທີ 3: ປະຊຸມດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ຫສນຍ.

ໃນໂອກາດນີ້, ສະຫາຍ ເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍໄດ້ຍົກໃຫ້ຄວາມເອົາໃຈໃສ່ໃນການນຳພາ ຊີ້ນຳຂອງອົງຄະນະພັກ ຫສນຍ ໃນການນຳເອົາທຸກມະຕິ, ຄຳສັ່ງຂອງພັກ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ມາເຜີຍແຜ່ດ້ວຍຫຼາຍຮູບການ, ວິທີການ ແລະ ຜັນຂະຫຍາຍ ອອກເປັນຫຼາຍນິຕິກຳ. ພ້ອມກັນນີ້, ອົງຄະນະພັກ ຫສນຍ ໄດ້ຜັນຂະຫຍາຍ ເນື້ອໃນການສ້າງການຫັນປ່ຽນ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິ XI ຂອງພັກ ມາເປັນ 3 ຫັນ ຂອງ ຫສນຍ ຄື: (1) ຫັນປ່ຽນຈາກແນວຄິດ ລໍຖ້າຄຳສັ່ງ ໃຫ້ເປັນເຈົ້າຕົນເອງ (2) ຫັນປ່ຽນຈາກການເຮັດວຽກບໍ່ມີຈຸດສຸມບໍ່ມີແບບແຜນ ບໍ່ມີຄາດໝາຍ ໄປສູ່ວິທະຍາສາດທີ່ມີຈຸດສຸມມີແບບແຜນມີຄາດໝາຍ; ແລະ (3) ຫັນປ່ຽນຈາກລະບົບເຮັດວຽກມີຫຼາຍຂອດຂັ້ນ ໄປສູ່ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝກວ່າເກົ່າ ເພື່ອສືບຕໍ່ກໍ່ສ້າງພັກ ແລະ ຍົກສູງຄວາມສາມາດ, ຄວາມເປັນແບບຢ່າງ ແລະ ລັກສະນະນຳໜ້າຂອງພັກ ທັງຍົກສູງຄຸນນະພາບການປະຕິບັດພາລະບົດບາດ 3 ດີ ຂອງ ຫສນຍ ຢ່າງຕັ້ງໜ້າ ຄື: ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ ເຮັດໃຫ້ມີບັນຍາກາດໃໝ່ ມີການຫັນປ່ຽນທີ່ຕັ້ງໜ້າ, ກົນໄກຄ່ອງຕົວ, ວ່ອງໄວ ແລະ ຮັດກຸມຂຶ້ນ.

ສະນັ້ນ ກອງປະຊຸມຄັ້ງນີ້ ຈະໄດ້ທົບທວນ ແລະ ຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ ໃນໄລຍະຜ່ານມາ, ທັງສືບຕໍ່ປະຕິບັດ ທິດທາງ, ໜ້າທີ່ໃນທ້າຍສະໄໝ. ສຳລັບການກະກຽມດຳເນີນກອງປະຊຸມກາງສະໄໝນີ້ ອົງຄະນະພັກ ຫສນຍ ໄດ້ເອົາໃຈໃສ່ນຳພາຈັດຕັ້ງເຊື່ອມຊືມເອກະສານຕ່າງໆ ທີ່ຕິດພັນກັບການດຳເນີນກອງປະຊຸມກາງສະໄໝຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ບັນດາສະຫາຍສະມາຊິກພັກ ພາຍໃນ ຫສນຍ ທັງໝົດ ໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ, ມີການແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ແຕ່ຫົວທີ ແລ້ວດຳເນີນການຕາມຂັ້ນຕອນ ແລະ ລະບຽບການ ທີ່ກຳນົດໄວ້. ພິເສດ ບັນດາຮາກຖານພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງທົ່ວອົງຄະນະພັກ ຫສນຍ ລວມທັງອົງການກາແດງລາວ ໄດ້ສໍາເລັດບັ້ນດໍາເນີນກອງປະຊຸມ ກາງສະໄໝຂອງຕົນ ແລະ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາຍຫຼັງສະຫາຍເລຂາຄະນະບໍລິຫານງານພັກ ຫສນຍ ກ່າວເປີດກອງປະຊຸມ, ສະຫາຍ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ຂຶ້ນຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ, ຜ່ານມາດຕະຖານລວມ ຂອງພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານສະເພາະ, ສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກ, ຂໍ້ຫ້າມສຳລັບສະມາຊິກພັກ.

ກ່ອນດຳເນີນການທາບທາມຄວາມໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ຫສນຍ ສະໄໝທີ V ຢ່າງເປັນທາງການ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ການດໍາເນີນກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ, ລວມທັງ ຈຸດປະສົງ ແລະ ເປົ້າໝາຍໃນການດຳເນີນກອງປະຊຸມຄັ້ງນີ້. ອັນສຳຄັນ, ສະຫາຍ ໄດ້ຮຽກຮ້ອງຜູ້ເຂົ້າຮ່ວມ ໂດຍສະເພາະ ຜູ້ແທນແຕ່ລະສະຫາຍ ຕ້ອງມີສະຕິໃນການໃຊ້ສິດຂອງຕົນຢ່າງເປັນເຈົ້າການ, ບໍ່ໃຫ້ຫຼົງເຊື່ອການໂຄສະນາຊັກຊວນຂອງຜູ້ອື່ນ ກໍ່ຄື ກຸ່ມຄົນບໍ່ຫວັງດີ ດ້ວຍຮູບການຕ່າງໆ ຕໍ່ການນຳພາລວມ ກໍຄືຕໍ່ບຸກຄົນໃນຄະນະບໍລິຫານງານພັກ ຫສນຍ; ຕ້ອງຍົກສູງຄວາມເປັນເຈົ້າຕົນເອງ, ເຊື່ອໝັ້ນຕົນເອງ, ມີຄວາມເປັນເອກະລາດທາງດ້ານແນວຄິດ, ຈິດຕະນາການ ເພື່ອກັ່ນຕອງ, ສ່ອງແສງ-ສົ່ງຂ່າວ; ຕຳນິຕິຊົມເພື່ອນສະຫາຍ ໃນຄະນະບໍລິຫານງານພັກ ໃຫ້ມີລັກສະນະສ້າງສັນ, ຖືກກັບຄວາມຈິງ; ທຸກບັນຫາທີ່ຜູ້ແທນສ່ອງແສງ ຫຼື ສົ່ງຂ່າວ ຕ້ອງມີຄວາມເປັນຈິງ ແລະ ກວດສອບໄດ້; ຄະນະຮັບຜິດຊອບການທາບທາມ ຕ້ອງໄດ້ເອົາໃຈໃສ່ສັງລວມຄຳຄິດເຫັນ ໃຫ້ໄປຕາມຄວາມຈິງ, ບໍ່ຕື່ມບໍ່ແຖມ, ດຳເນີນຖືກຕ້ອງຕາມລະບຽບຫຼັກການ ກໍ່ຄື ຄໍາສັ່ງຂອງພັກ ທີ່ກຳນົດໄວ້ ຢ່າງເຂັ້ມງວດ. ນອກຈາກນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງບັນດາສະຫາຍຜູ້ແທນກອງປະຊຸມ ຕ້ອງໄດ້ເອົາໃຈໃສ່ຄົ້ນຄິດຢ່າງຖີ່ຖ້ວນ, ຮອບຄອບ, ບໍ່ຟ້າວຟັ່ງ, ບໍ່ມະລຸມມະລ້ວຍ, ຕ້ອງພິຈາລະນາບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບດ້ານການເມືອງສູງ, ພ້ອມກັນປະກອບສ່ວນ ເຮັດໃຫ້ກອງປະຊຸມຄັ້ງນີ້ ດຳເນີນໄປຕາມວາລະ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ້ ຢ່າງສະຫງ່າງາມ.

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດທາບທາມລົງຄະແນນສຽງຄວາມໄວ້ວາງໃຈ ການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ຫສນຍ.

+2

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments