Saturday, October 19, 2024
Homeຂ່າວພາຍໃນບົ້ງກຳລັງລະບາດ ແລະ ທຳລາຍເນື້ອທີ່ທຳການຜະລິດຂອງປະຊາຊົນຢູ່ 7 ເມືອງໃນແຂວງຫົວພັນ

ບົ້ງກຳລັງລະບາດ ແລະ ທຳລາຍເນື້ອທີ່ທຳການຜະລິດຂອງປະຊາຊົນຢູ່ 7 ເມືອງໃນແຂວງຫົວພັນ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ປັດຈຸບັນ, ບົ້ງກິນເຂົ້ານາ ກຳລັງລະ ບາດຢູ່ 103 ບ້ານ ໃນ 7 ເມືອງ ຄື: ຊຳເໜືອ, ວຽງໄຊ, ຊຳໃຕ້, ກວັນ, ຊຽງຄໍ້, ແອດ ແລະ ເມືອງ ຊ່ອນ, ແຂວງຫົວພັນ ເຮັດໃຫ້ຜົນຜະລິດຂອງປະຊາຊົນໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນຈຳນວນ ຫລາຍ ເປັນຕົ້ນແມ່ນເຂົ້ານາ, ເຂົ້າໄຮ່ ແລະ ສາລີ, ເນື້ອທີ່ໄດ້ຮັບຜົນກະທົບ 2.369 ເຮັກຕາ ເສຍຫາຍໜັກ 78 ກວ່າເຮັກຕາ ໃນນີ້, ມີເນື້ອທີ່ນາ 1.879 ເຮັກ ຕາ ເສຍຫາຍ 46 ກວ່າເຮັກຕາ, ເນື້ອທີ່ປູກເຂົ້າໄຮ່ໄດ້ຮັບຜົນກະທົບ 441 ເຮັກ ຕາ, ເສຍຫາຍ 29 ກວ່າເຮັກຕາ ແລະ ເນື້ອທີ່ປູກສາລີ 60 ເຮັກຕາ, ເສຍຫາຍ 1,9 ເຮັກຕາ.

ອີງຕາມການລາຍງານ ຂອງຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງ ຫົວພັນໄດ້ໃຫ້ຮູ້ວ່າ: ໃນເບື້ອງຕົ້ນພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ນຳເອົາວິຊາການລົງກວດກາຕົວຈິງຢູ່ແຕ່ລະບ້ານທີ່ມີການລະບາດຂອງບົ້ງທຳລາຍຕົ້ນເຂົ້າ ແລະ ຜົນຜະລິດຂອງປະຊາຊົນ. ມາຮອດປັດຈຸບັນ, ການແກ້ໄຂໃນເບື້ອງຕົ້ນ ຂະແໜງປູກຝັງໄດ້ປະສານສົມທົບກັບເມືອງ ແລະ ບ້ານ ເພື່ອນຳເອົາວິຊາການລົງຊຸກຍູ້ການປ້ອງ ກັນ ແລະ ຄວບຄຸມພະຍາດບົ້ງທີ່ທຳລາຍຜົນຜະລິດຂອງປະຊາຊົນ ໂດຍການນຳໃຊ້ຢາຂ້າບົ້ງລົງສີດໃສ່ບ່ອນທີ່ມີການລະບາດພະຍາດບົ້ງ ຊຶ່ງສາມາດຄວບຄຸມເນື້ອທີ່ ທີ່ມີການລະບາດໄດ້ 633 ກວ່າເຮັກຕາ.

ຕໍ່ກັບສະພາບດັ່ງກ່າວພາກສ່ວນທີ່ກ່ຽວ ຂ້ອງຈຶ່ງໄດ້ຮຽກຮ້ອງມາຍັງຊາວກະສິ ກອນໃຫ້ຊ່ວຍການຕິດຕາມຄວບຄຸມການລະບາດຂອງພະຍາດບົ້ງທຳລາຍຜົນຜະລິດ ໂດຍການເບິ່ງແຍງຕົ້ນເຂົ້າ ແລະ ຜົນຜະລິດຂອງຕົນ ໂດຍນຳໃຊ້ເຕັກນິກວິຊາການເຂົ້າໃນການບົວລະບັດຮັກສາ ຖ້າຫາກພົບເຫັນການລະບາດຂອງສັດຕູພືດຕ່າງໆ ແມ່ນໃຫ້ລາຍງານປະສານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງມາກວດກາ ແລະ ແກ້ໄຂຄວບຄຸມ ເພື່ອບໍ່ໃຫ້ເກີດຜົນເສຍຫາຍ ແລະ ເຮັດໃຫ້ສະມັດຕະ ພາບການຜະລິດປະຊາຊົນ ໄດ້ເສຍຫາຍຫລາຍກວ່າເກົ່າ.

ຂ່າວ-ພາບ: ພອນທິບ ພັນທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments