Saturday, October 19, 2024
Homeຂ່າວໜ້າໜຶ່ງພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະ ນັກງານຫລັກແຫລ່ງກະຊວງ ຖວທ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະ ນັກງານຫລັກແຫລ່ງກະຊວງ ຖວທ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະ ນັກງານຫລັກແຫລ່ງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຈັດຂື້ນໃນວັນທີ 13 ກໍລະກົດ 2023 ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພສີ ແກ້ວມະນີວົງ, ຄະນະປະຈໍາພັກ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ, ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງແລະສໍາມະນາກອນ ຈໍານວນ 40 ສະຫາຍ, ຍິງ 21 ສະຫາຍ.

ຈຸດປະສົງ ຂອງການຈັດຕັ້ງບໍາລຸງທິດສະດີການເມືອງຄັ້ງນີ້ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງ ນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ຜູ້ ເຂົ້າຮ່ວມມີ ແນວຄິດທັດ ສະນະຫຼັກໝັ້ນ ຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍ່ຄືພາລະກິດ ປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມ ຫ້າວຫັນເປັນແບບຢ່າງໃນທຸກວຽກງານທີ່ຕົນຮັບຜິດຊອບ ສ້າງພະນັກງານ-ລັດຖະ ກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ. ພ້ອມກັນນັ້ນ ກໍເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮູ້ສົມ ຄູ່ທາງດ້ານທິດສະດີ ແລະ ພຶດຕິກຳ, ນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

ສໍາລັບເນື້ອໃນຫຼັກສູດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ ຄົ້ນຄວ້າຮໍ່າຮຽນ 7 ກຸ່ມວິຊາ ແລະ ຂຽນບົດທົບທວນຈົບຂັ້ນ ລວມທັງໝົດ 55 ບົດ, 420 ຊົ່ວໂມງ ປະກອບມີກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ ມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ພື້ນຖານການຄຸ້ມຄອງບໍລິຫານລັດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ ນອກຈາກ ນີ້ສໍາມະນາກອນຍັງຈະໄດ້ໄປທັດສະນະສຶກສາພາຍໃນ ນະຄອນຫຼວງ ວຽງຈັນ ແລະ ຕ່າງແຂວງ, ເຄື່ອນໄຫວກິດຈະກຳຕ່າງໆຕື່ມອີກ; ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ພະນັກງານ-ຫລັກແຫລ່ງ ກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຈະດຳເນີນໄປຮອດວັນທີ 12 ຕຸລາ 2023 ຈຶ່ງຈະສຳເລັດ.

ຂ່າວ : ຈັນທະສອນ ສີຫານາດ

ພາບ : ອະພິນຍາ ສຸລິຍະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments