Saturday, October 19, 2024
Homeຂ່າວພາຍໃນເຊບທີຄັດໂກລ ມອບເຄື່ອງຕັດວົງຈອນກະແສໄຟຟ້າຮົ່ວອັດຕະໂນມັດໃຫ້ ຟຟລ

ເຊບທີຄັດໂກລ ມອບເຄື່ອງຕັດວົງຈອນກະແສໄຟຟ້າຮົ່ວອັດຕະໂນມັດໃຫ້ ຟຟລ

ວັນທີ 11 ກໍລະກົດ 2023 ທີ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ຝ່າຍຄຸ້ມຄອງລະບົບໄຟຟ້າພາກ ກາງ ນະຄອນຫຼວງ ວຽງຈັນ ບໍລິສັດ ເຊບທີຄັດ ໂກລ ຈຳກັດ ໄດ້ມອບຕູ້ຄວບ ຄຸມວົງຈອນໄຟຟ້າແບບມີ ຕົວຕັດວົງຈອນກະແສໄຟຟ້າຮົ່ວລົງດິນອັດຕະໂນມັດ ແລະ ປ້ອງກັນແຮງດັນໄຟຟ້າເກີນແຮງດັນໄຟຟ້າຕົກ ຈຳນວນ 3 ເຄື່ອງ ໃຫ້ຝ່າຍຄຸ້ມຄອງລະ ບົບໄຟຟ້າພາກກາງ ເພື່ອນຳໄປທົດລອງໃຊ້ ກ່າວມອບໂດຍທ່ານ ນາງ ນັດຈາລະວີ ທັນຢະວະນິດກຸນ ປະທານບໍລິສັດ ເຊບທີຄັດ ໂກລ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ຄຳພູນ ສຸກອາລຸນ ຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ເຄື່ອງຕັດວົງຈອນກະແສໄຟຟ້າຮົ່ວລົງດິນອັດຕະໂນມັດຂະ ໜາດໃຫຍ່ 3 ເຝສ 4 ສາຍ ເປັນອຸປະ ກອນໄຟຟ້າປະເພດປ້ອງກັນບຸກຄົນ ແລະ ອຸປະກອນຕັດກະແສໄຟຟ້າທັນທີ ເມື່ອເກີດໄຟຟ້າດູດ ໄຟຟ້າ ຮົ່ວ ໄຟຟ້າລັດວົງຈອນ ໄຟຟ້າເກີນຂະແໜງ ແລະ ປ້ອງກັນແຮງດັນໄຟຟ້າເກີນແຮງດັນໄຟຟ້າຕົກ ເໜາະ ສຳລັດຕິດຕັ້ງເປັນອຸປະກອນທີ່ໃຫ້ຄວາມ ປອດໄພໃນອາຄານ ຮ້ານຄ້າ ແລະ ອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດໃຫຍ່.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments