Saturday, October 19, 2024
Homeຂ່າວກິລາເຜີຍສາເຫດທີ່ “ເອັມບັບເປ” ບໍ່ຍ້າຍໜີ “PSG” ເຮັດໃຫ້ຕົ້ນສັງກັດເສຍຫາຍ 2 ຕໍ່

ເຜີຍສາເຫດທີ່ “ເອັມບັບເປ” ບໍ່ຍ້າຍໜີ “PSG” ເຮັດໃຫ້ຕົ້ນສັງກັດເສຍຫາຍ 2 ຕໍ່

ມີການເປີດເຜີຍສາເຫດທີ່ ຄີລຽນ ເອັມບັບເປ ບໍ່ຄິດທີ່ຈະຍ້າຍອອກຈາກທີມ ປາຣີ ແຊງ-ແຊັກແມງ (PSG) ໃນໄລຍະລະດູຮ້ອນນີ້ ເມື່ອວັນທີ 12 ກໍລະກົດ 2023 ຣາມອນ ອັນວາເຣຊ ນັກຂ່າວຊາວແອັດສະປາຍ ລະບຸວ່າ ຄິລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ຊຸດຄວ້າແຊັມບານໂລກ 2018 ບໍ່ຄິດທີ່ຈະຍ້າຍອອກຈາກສະໂມສອນ ປາຣີ ແຊງ-ແຊັກແມັງ ໃນໄລຍະພັກຮ້ອນນີ້ເພາະວ່າພວກເຂົາຕ້ອງການເງິນໂບນັສຄ່າຄວາມຈົງຮັກພັກດີຕໍ່ສະໂມສອນ.

ເປັນທີ່ເຂົ້າໃຈກັນວ່າ ເອັມບັບເປ ບໍ່ຄິດຈະໃຊ້ເງື່ອນໄຂໃນການຂະຫຍາຍສັນຍາຈາກເດີມທີ່ໝົດອາຍຸລົງໃນປີ 2024 ແລະ ພ້ອມລົງຫຼິ້ນໃຫ້ກັບທີມຕໍ່ໄປຈົນຈົບລະດູການທີ່ຈະມາເຖິງນີ້ ເຖິງວ່າຈະມີຂ່າວໄດ້ຮັບຄວາມສົນໃຈຈາກ ຣິວ ມາດຣິດ, ແມນເຊສເຕີ ຢູໄນເຕັດ ແລະ ລີເວີພູລ ທີ່ຫວັງດຶງໄປຮ່ວມທີມໃນລະດູຮ້ອນນີ້ກໍຕາມ.

ຫຼ້າສຸດ, ມີການເປີດເຜີຍວ່າ ສາເຫດທີ່ ເອັມບັບເປ ບໍ່ຍອມຍ້າຍທີມໃນລະດູຮ້ອນນີ້ ກໍເພາະວ່າເຂົາຈະໄດ້ຮັບໂບນັສຄ່າຄວາມຈົງຮັກພັກດີຈໍານວນ 150 ລ້ານເອີໂຣ ຫາກຢູ່ກັບທີມຈົນກ່ວາຄົບອາຍຸຂອງສັນຍາປົກກະຕິ ແລະ ຈາກກໍລະນີດັ່ງກ່າວ ເຮັດໃຫ້ PSG ເສຍຫາຍເຖິງ 2 ຕໍ່ ເພາະນອກຈາກຈະເສຍເງິນໂບນັສໃຫ້ກັບ ເອັມບັບເປ ແລ້ວ ຍັງຈະເສຍ ເອັມບັບເປ ໄປແບບບໍ່ມີຄ່າຕົວອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments