Sunday, October 20, 2024
Homeຂ່າວພາຍໃນອອປສ ໄດ້ຮັບຢາປິ່ນປົວພະຍາດຈາກບໍລິສັດລາວພັນທະມິດຟາມາ ກຣຸບ

ອອປສ ໄດ້ຮັບຢາປິ່ນປົວພະຍາດຈາກບໍລິສັດລາວພັນທະມິດຟາມາ ກຣຸບ

ບໍລິສັດລາວພັນທະມິດຟາມາ ກຣຸບ ຈຳກັດ ໄດ້ມອບຢາປິ່ນປົວພະຍາດຈໍານວນໜຶ່ງລວມມູນຄ່າ 42.840 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໃນວັນທີ 12 ກໍລະກົດ 2023 ເຊິ່ງມອບໂດຍ ທ່ານ ເສີນ ຖິງ ປະທານ ກຸ່ມບໍລິສັດ ລາວພັນທະມິດຟາມາ ກຣຸບ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈມາຍັງ ປະທານ ກຸ່ມບໍລິສັດ ລາວພັນທະມິດຟາມາ ກຣຸບ ຈຳກັດ ທີ່ເຫັນໄດ້ຄວາມສໍາຄັນຕໍ່ບັນຫາສຸຂະພາບ ແລະ ໄດ້ມອບຢາປິ່ນ ປົວພະຍາດຕ່າງໆ ເພື່ອຊ່ວຍເຫລືອໃນການປິ່ນປົວພະຍາດ ເປັນຕົ້ນ ຢາອາລີບູເຟີນ (ແກ້ປວດ, ຫລຸດໄຂ້), ຢາລິມິວມິກ (ຕ້ານອັກເສບ), ຢາປາລາຕາໂມນ (ແກ້ປວດທົ່ວໄປ, ຫລຸດໄຂ້), ຢາປາລາຕາໂມນຄອມພາວ (ແກ້ໄຂ້ຫວັດ), ຢາເມັດຟໍມີນ (ປົວພະຍາດເບົາຫວານ) ແລະ ຢາອາລີຮາຍຊ່າ (ປົວຄວາມ ດັນໃນເລືອດສູງ). ຢາດັ່ງກ່າວທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້, ອົງການໄອຍະການປະຊາຊົນສູງສຸດ ຈະນໍາໄປມອບຕໍ່ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ເພື່ອເບີ

ກຈ່າຍໃຫ້ບັນດາຄ້າຍຄຸມຂັງ ໃນຂອບເຂດທົ່ວປະເທດ.

ຂ່າວ: ອານຸສັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments