Sunday, October 20, 2024
Homeຂ່າວພາຍໃນຄໍາມ່ວນ ຈະປ່ອຍປາ ເນື່ອງໃນວັນອະນຸລັກສັດນໍ້າ-ສັດປ່າ 60 ພັນໂຕ

ຄໍາມ່ວນ ຈະປ່ອຍປາ ເນື່ອງໃນວັນອະນຸລັກສັດນໍ້າ-ສັດປ່າ 60 ພັນໂຕ

ແຫລ່ງຂ່າວຈາກແຂວງຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນແຂວງຄຳມ່ວນ ພວມຫ້າງຫາກະກຽມການຜະລິດລູກປາ ເຊິ່ງແຜນທົ່ວແຂວງແມ່ນ 1.320.000 ໂຕ ມາຮອດປັດຈຸບັນປະຕິບັດໄດ້ແລ້ວ 789.000 ໂຕ. ສໍາລັບແຜນການທີ່ຈະປ່ອຍປາເນື່ອງໃນໂອກາດວັນອະນຸລັກຮັກສາສັດນໍ້າ-ສັດປ່າ ແລະ ວັນປ່ອຍປ່າແຫ່ງຊາດ 13 ກໍລະກົດ 2023 ທີ່ຈະມາເຖິງນີ້ ມີຈໍານວນ 60 ພັນໂຕ. ໃນນີ້ມີປາປາກ, ປາໄນ, ປາມະນີການ, ປາໂລຫູກ ແລະ ປາເກັດແລບ. ສ່ວນແຜນການລວມທີ່ຈະປ່ອຍປາໃນທົ່ວແຂວງຄໍາມ່ວນ ມີຈໍານວນ 6 ລ້ານໂຕ.

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: ພາຍໃນແຂວງຄຳມ່ວນ ມີສູນ ຫລື ຜູ້ຜະລິດລູກປາທັງໝົດ 6 ແຫ່ງຄື: ສູນຜະລິດແນວພັນປາ ເມືອງເຊບັ້ງໄຟ, ສູນຜະລິດແນວພັນປາຫລັກ 4 ແລະ ສູນຜະລິດແນວພັນປາໂຮງຮຽນກະເສດດົງກະແສນ ທີ່ຂຶ້ນກັບວິທະຍາໄລ ເຕັກນິກວິຊາຊີບ ແຂວງຄໍາມ່ວນເຊິ່ງເປັນບ່ອນຕອບສະໜອງຄວາມຕ້ອງການໃຫ້ແກ່ຜູ້ມີຄວາມສົນໃຈຢາກໄດ້ລູກປາໄປລ້ຽງ. ນອກຈາກນີ້, ຍັງມີຂອງບຸກຄົນ ແລະ ນິຕິບຸກຄົນ 3 ແຫ່ງ. ນອກ ຈາກ ຜະລິດລູກປາແລ້ວພວກເຮົາຍັງໄດ້ຜະລິດລູກກົບ, ເຊິ່ງຕາມແຜນແມ່ນ 1,2 ລ້ານໂຕ, ແຕ່ມາຮອດປັດຈຸບັນ ປະຕິບັດໄດ້ 476.000 ກວ່າໂຕ. ສໍາລັບສູນຜະລິດລູກກົບພາຍໃນແຂວງ ມີ 08 ແຫ່ງ, ໃນນີ້ເປັນຂອງລັດ 03 ແຫ່ງ ແລະ ເປັນຂອງເອກະຊົນ 05 ແຫ່ງທີ່ກະຈາຍຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ເພື່ອສະໜອງໃຫ້ແກ່ຊາວກະສິກອນ ຫລື ຜູ້ທີ່ມີຄວາມຕ້ອງການນໍາໄປລ້ຽງ.

ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ກ່າວຕື່ມວ່າ: ເພື່ອເປັນການສ້າງຂະບວນການໃຫ້ແກ່ວັນອະນຸລັກຮັກສາສັດນໍ້າ-ສັດປ່າ ແລະ ວັນປ່ອຍປ່າແຫ່ງຊາດ ໃນວັນທີ 13 ກໍລະກົດ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ແລະ ເພື່ອເປັນການສະເຫລີມສະຫລອງວັນສໍາຄັນຂອງຊາດ ໂດຍສະເພາະ ວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ທາງແຂວງໄດ້ກໍານົດການປ່ອຍປາຢູ່ອ່າງເກັບນໍ້າໜອງຜື ບ້ານຊຽງຫວາງທົ່ງ ເມືອງໜອງບົກ ໂດຍແມ່ນພາກລັດ ແລະ ພໍ່ແມ່ປະຊາຊົນ ໄດ້ສົມທົບການບູລະນະປັບປຸງ, ໜອງດັ່ງກ່າວ ມີຄວາມກວ້າງ 500-600 ແມັດ ແລະ ຍາວປະມານ 1.000 ແມັດ. ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນປົກປັກຮັກສາປາທີ່ປ່ອຍໄປລົງສູ່ແມ່ນ້ຳ ພ້ອມກັນນີ້ ຫ້າມກິນ, ຫ້າມຂ້າ, ຫ້າມລ່າ, ຫ້າມຂາຍສັດນໍ້າ-ສັດປ່າ ໃນລະດູປະສົມພັນ ແລະ ຖືພາມານ ໂດຍສະເພາະແມ່ນການເຮັດຫລີ່, ຕ້ອນ ແລະ ເຄື່ອງມືຫາປາອື່ນໆ ທີ່ມີລັກສະນະດັບສູນທັງນີ້ກໍເພື່ອເຮັດໃຫ້ປາມີການຂະຫຍາຍຕົວ ຫລື ມີຈໍານວນທີ່ເພີ່ມຂຶ້ນ. ປັດຈຸບັນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສົມທົບກັບເມືອງ ແລະ ບ້ານ ເພື່ອສ້າງເປັນວັງສະຫງວນຂອງແຕ່ລະບ້ານ, ແຕ່ລະເມືອງ. ມາຮອດປັດຈຸບັນທົ່ວແຂວງມີວັງສະຫງວນ 118 ແຫ່ງ ເຊື່ອວ່າວັງສະຫງວນດັ່ງກ່າວຈະເປັນບ່ອນແຜ່ພັນຂອງສັດນໍ້າ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments