Sunday, October 20, 2024
Homeຂ່າວການເມືອງສສຊ ແຂວງໄຊສົມບູນ ປະກອບຄໍາເຫັນໃສ່ກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ

ສສຊ ແຂວງໄຊສົມບູນ ປະກອບຄໍາເຫັນໃສ່ກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ

ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍວຽກງານສາທາລະນະສຸກ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ກໍລະກົດ ນີ້, ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ. ທ່ານໄດ້ສະແດງຄວາມຊົມເຊີຍຂະແໜງການກໍຄືຄະນະຮັບຜິດຊອບ ທີ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍ ສາທາລະນະສຸກ ເພື່ອແນໃສ່່ເຮັດໃຫ້ວຽກງານສາທາລະນະສຸກໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ຄ່ອງຕົວ ມີປະສິດທິພາບ ປະສິດທິຜົນ ຮັບປະກັນໃຫ້ພົນລະເມືອງລາວມີສຸຂະພາບທີ່ດີ. ຂ້າພະເຈົ້າຂໍມີຄໍາເຫັນສອງຈຸດດັ່ງນີ້:

ຈຸດທີໜຶ່ງ ແມ່ນບັນຫາການຕິດພັນ ກ່ຽວກັບການນໍາໃຊ້ຂອບເຂດຂອງກົດໝາຍ ເພາະຍັງບໍ່ທັນ ຊັດເຈນ ອາດຈະຂຽນໃຫ້ແຈ້ງຕື່ມ ເພາະວ່າການບໍລິການສາທາລະນະສຸກນີ້, ຢູ່ໂຮງໝໍທະຫານ, ຕໍາຫຼວດ ກໍຍັງມີປະຊາຊົນໄປໃຊ້ບໍລິການຢູ່ ຕ້ອງໃຫ້ຂອບເຂດຂອງກົດໝາຍແຈ້ງຂຶ້ນຕື່ມ ເພາະວ່າຍັງມີຄວາມຫຍຸ້ງ ຍາກໃນການໂອນຄ່າປະກັນສຸຂະພາບ ຫຼື ການບໍລິການຕ່າງໆ ຍັງມີຄວາມຫຍຸ້ງຍາກ; ຈຸດທີສອງແມ່ນ ເລື່ອງງົບປະມານໃຫ້ແກ່ຂະເແໜງການສາທາລະນະສຸກ. ໃນຄວາມເປັນຈິງພວກເຮົາກໍຮູ້ວ່າລາຍຈ່າຍ ງົບປະມານຕໍ່ຫົວຄົນ ແມ່ນຍັງຕໍ່າຫຼາຍພວກເຮົາຕ້ອງໄດ້ທຸ່ມເທງົບປະມານໃສ່ຂົງເຂດນີ້ຫຼາຍຂຶ້ນ.

ຕາມສະຖິຕິຂອງໂລກ ບັນດາປະເທດທີ່ມີລາຍຮັບປານກາງແມ່ນມີລາຍຈ່າຍງົບປະມານລັດສູງເກືອບສາມຮ້ອຍໂດລາຕໍ່ຫົວຄົນຕໍ່ປີ ແຕ່ສໍາລັບພວກເຮົາແມ່ນມີແຕ່ 68 ໂດລາ ເປັນອັນດັບ 143 ຂອງຈໍານວນ 179 ປະເທດ ນີ້ຖືວ່າຕໍ່າຫຼາຍ. ອົງການສາກົນ ກໍມີຄວາມເປັນຫ່ວງ ແລະ ກໍເຄີຍສະເໜີໃຫ້ພວກເຮົາຍົກລະດັບລາຍຈ່າຍສາທາລະນະສຸກໃຫ້ສູງຂຶ້ນ. ຜ່ານມາການສັງລວມດ້ານງົນປະມານຕາມສາຍຕັ້ງ ກໍຍັງຫຍຸ້ງຍາກ ເພາະມີລາຍຈ່າຍທີ່ສອດຫ້ອຍຢູ່ນໍາຫຼາຍວຽກຂອງສູນກາງ ແລະ ທ້ອງຖິ່ນ ລວມທັງ 2 ກອງທຶນທີ່ຢູ່ໃຕ້ການຄຸ້ມຄອງ ຂອງກະຊວງສາທາລະນະສຸກເຊັ່ນ: ກອງທຶນປະກັນສຸຂະພາບ ແລະ ກອງທຶນຄວບຄຸມຢາສູບ. ຕໍ່ບັນຫາດັ່ງກ່າວການເພີ່ມງົບປະມານ ລາຍຈ່າຍໃນຂະແໜງການນີ້ ມັນບໍ່ຕິດພັນສະເພາະແຕ່ລາຍຈ່າຍຈາກງົບປະມານຂອງລັດເທົ່ານັ້ນແຕ່ຍັງຕ້ອງການລົງທຶນຈາກພາກເອກະຊົນ ມາຊ່ວຍສະໜັບສະໜູນ. ສະນັ້ນ ໃນມາດຕາ 33 (ການລົງທຶນພາກເອກະຊົນ) ແລະ ມາດຕາ 34 (ການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ) ກໍຕ້ອງຂຽນໃຫ້ຈະແຈ້ງໂດຍສະເພາະ 3 ວຽກບໍລິການ ສາທາລະນະສຸກຕົ້ນຕໍ ທີ່ກໍານົດຢູ່ໃນມາດຕາ 10 ແລະ 8 ວຽກງານສະໜັບສະໜູນ ປິ່ນອ້ອມການບໍລິການສາທາລະນະສຸກທີ່ກໍານົດຢູ່ໃນມາດຕາ 15 ຕ້ອງກໍານົດແຈ້ງວ່າອັນໃດຈະໃຫ້ເອກະຊົນລົງທຶນ.

ຕາມຄວາມຈິງແລ້ວກໍມີຕາມກົດໝາຍຕ່າງໆເປັນຕົ້ນກົດໝາຍປິ່ນປົວກໍໄດ້ກໍານົດແຈ້ງວ່າອັນໃດຈະເປີດໃຫ້ ເອກະຊົນລົງທຶນ ແຕ່ເນື່ອງຈາກກົດໝາຍສະບັບນີ້ເປັນກົດໝາຍແມ່ ຈຶ່ງມີຄວາມຈໍາເປັນຕ້ອງຂຽນກໍາກັບໄວ້ໃຫ້ແຈ້ງໃສ່ໃນກົດໝາຍສະບັບນີ້ເລີຍວ່າ ມີການບໍລິການອັນໃດແດ່ ຈະເປີດໃຫ້ມີການລົງທຶນພາກເອກະຊົນ ສະເໜີໃຫ້ຂຽນແຈ້ງໃນມາດຕາຕ່າງໆຄື: ມາດຕາ 16 ການຢາ ແລະ ຜະລິດຕະພັນການແພດ; ມາດຕາ 17 ການຄຸ້ມຄອງຊັບພະຍາກອນທີ່ເປັນຢາ ເພາະປັດຈຸບັນນີ້ຊັບພະຍາກອນທີ່ເປັນຢາແມ່ນຫຼຸດລົງຫຼາຍ; ມາດຕາ 18 ການຄຸ້ມຄອງອາຫານ; ມາດຕາ 19 ການປະກັນສຸຂະພາບ; ມາດຕາ 21 ການສຶກສາສາທາລະນະສຸກ ໃນນີ້ ຈະອະນຸຍາດໃຫ້ ເອກະຊົນສ້າງໂຮງຮຽນແພດໄດ້ບໍ່ ຫຼື ອື່ນໆ ກໍຕ້ອງຂຽນແຈ້ງ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments